ເຜີຍແຜ່ປຶ້ມປົກຂາວວ່າດ້ວຍການພັດທະນາປະກັນໄພດ້ານຊັບສິນທາງປັນຍາຂອງຈີນປີ 2022

2023-02-08 15:39:20 CRI

 

    ສູນຄົ້ນຄວ້າການພັດທະນາຊັບສິນທາງປັນຍາທີ່ສັງກັດອົງການຊັບສິນທາງປັນຍາແຫ່ງຊາດຈີນໄດ້ເຜີຍແຜ່ປຶ້ມປົກຂາວວ່າດ້ວຍການພັດທະນາປະກັນໄພດ້ານຊັບສິນທາງປັນຍາຂອງຈີນປີ 2022 ໃນວັນທີ 8 ກຸມພານີ້.


    ເນື້ອໃນປຶ້ມປົກຂາວລະບຸວ່າ: ຄຽງຄູ່ກັບຄວາມສາມາດດ້ານການປະດິດສ້າງຂອງຈີນໄດ້ຮັບການຍົກລະດັບໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ, ຕະຫຼາດທຶນມີຄວາມຈະເລີນຮຸ່ງເຮືອງເປັນກ້າວໆບວກກັບລະບຽບການກໍຄືຄວາມສາມາດດ້ານຊັບສິນທາງປັນຍາໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆນັ້ນ, ເຮັດໃຫ້ການບໍລິການດ້ານການທະນາຄານຂອງຊັບສິນທາງປັນຍາຂອງຈີນໄດ້ສ້າງຂຶ້ນຕາມກະແສແລະໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ການປະກັນໄພດ້ານຊັບສິນທາງປັນຍາໃນຖານະເປັນສ່ວນປະກອບອັນສໍາຄັນຂອງການທະນາຄານດ້ານຊັບສິນທາງປັນຍາຂອງຈີນ, ໄດ້ສະໜອງຊ່ອງທາງທີ່ມີປະສິດທິຜົນໃນການແກ້ໄຂຄວາມສ່ຽງດ້ານຊັບສິນທາງປັນຍາໃຫ້ແກ່ວິສາຫະກິດຕ່າງໆ, ພ້ອມດຽວກັນນີ້, ຍັງໄດ້ເສີມຂະຫຍາຍບົດບາດອັນສຳຄັນເຂົ້າໃນການຕອບສະໜອງຄວາມຕ້ອງການແຫ່ງການປົກປ້ອງ ຊັບສິນທາງປັນຍາຂອງບຸກຄົນແລະອົງການປະດິດສ້າງຕົ້ນຕໍກໍຄືຫົວໜ່ວຍທຸລະກິດໃນຕະຫຼາດ, ປ້ອງກັນແລະແບ່ງປັນຄວາມສ່ຽງໃນການນໍາໃຊ້ຊັບສິນທາງປັນຍາ, ກໍຄືຊຸກຍູ້ການສ້າງລະບົບບໍລິການຂອງການນໍາໃຊ້ຊັບສິນທາງປັນຍາແລະດ້ານອື່ນໆຕື່ມອີກ.


    ນັບມາຮອດທ້າຍປີ 2022, ທົ່ວປະເທດຈີນໄດ້ມີຫຼາຍກວ່າ 99 ນະຄອນໃນ 22 ແຂວງໄດ້ເປີດບໍລິການປະກັນໄພດ້ານຊັບສິນທາງປັນຍາແລ້ວ, ໂດຍໄດ້ສະໜອງການບໍລິການປ້ອງກັນຄວາມສ່ຽງດ້ານສິດທິບັດ, ເຄື່ອງໝາຍສິນຄ້າ, ເຄື່ອງໝາຍແຫຼ່ງທີ່ມາແລະອື່ນໆລວມທັງໝົດ 46.000 ກວ່າອັນໃຫ້ແກ່ວິສາຫະກິດ 28.000 ກວ່າແຫ່ງ, ລວມມູນຄ່າຫຼາຍກວ່າ 110 ຕື້ຢວນ.