ປະທານາທິບໍດີອີຣານລົງນາມໃນຄຳສັ່ງໃຫ້ປະຕິບັດກົດໝາຍວ່າດ້ວຍອີຣານເຂົ້າເປັນສະມາຊິກອົງການຮ່ວມມືຊຽງໄຮ້

2023-02-08 11:31:28 cri

ວັນທີ 7 ກຸມພານີ້, ທ່ານໄຊອິດອີບຣາຮິມ ຣາຍຊີ ປະທານາທິບໍດີອີຣານໄດ້ລົງນາມໃນຄຳສັ່ງໂດຍຮຽກຮ້ອງໃຫ້ປະຕິບັດກົດໝາຍວ່າດ້ວຍອີຣານເຂົ້າເປັນສະມາຊິກອົງການຮ່ວມມືຊຽງໄຮ້.

ອີງຕາມຖະແຫຼງການທີ່ລົງໃນເວັບໄຊປະທານາທິບໍດີອີຣານໃຫ້ຮູ້ວ່າ: ມື້ດຽວກັນ, ທ່ານຣາຍຊີໄດ້ມອບໝາຍໃຫ້ກະຊວງການຕ່າງປະເທດອີຣານເປັນຜູ້ປະຕິບັດກົດໝາຍວ່າດ້ວຍອີຣານເຂົ້າເປັນສະມາຊິກອົງການຮ່ວມມືຊຽງໄຮ້. ຖະແຫຼງການລະບຸວ່າ: ອົງການຮ່ວມມືຊຽງໄຮ້ໄດ້ດຳເນີນການເຄື່ອນໄຫວຢ່າງຕັ້ງ ໜ້າໃນຫຼາຍຂົງເຂດເຊັ່ນ: ເສດຖະກິດ ເປັນຕົ້ນ, ພາຍຫຼັງເຂົ້າເປັນສະມາຊິກ ອົງການນີ້ຢ່າງເປັນທາງການແລ້ວ, ອີຣານຈະສາມາດປົກປັກຮັກສາຜົນປະໂຫຍດຂອງຕົນຢູ່ໃນຂົງເຂດທີ່ກ່ຽວຂ້ອງຢ່າງມີປະສິດທິຜົນຫຼາຍກວ່າເກົ່າ. ນອກນີ້. ອີຣານເຂົ້າເປັນສະມາຊິກອົງການຮ່ວມມືຊຽງໄຮ້ຈະເປັນການຊຸກຍູ້ໃຫ້ອີ ຣານເຂົ້າຮ່ວມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.