ເຈົ້າໜ້າທີ່ີທະນາຄານກາງອາເມຣິກາກ່າວເຕືອນລັດຖະບານສະຫະລັດອາເມຣິກາກ່ຽວກັບຜົນຮ້າຍຢ້ອນຫຼັງຄັ້ງໄພພິບັດຈາກການລະເມີດສັນຍາໜີ້ສິນ

2023-02-09 15:56:23 cri


   ອີງຕາມລາຍງານຂ່າວຈາກສື່ອາເມຣິກາໃຫ້ຮູ້ວ່າ: ເດືອນມັງກອນປີນີ້, ໜີ້ສິນທີ່ຊອບດ້ວຍ ກົດໝາຍຂອງລັດຖະບານສະຫະລັດອາເມຣິກາໄດ້ບັນລຸເຖິງລະດັບເພດານ ຄື: 31.400 ຕື້ໂດລາສະຫະລັດ, ກະຊວງການເງິນອາເມຣິກາພວມນຳໃຊ້ມາດຕະການລາຍຈ່າຍຊົ່ວຄາວເພື່ອຊ່ວຍລັດຖະບານຫຼີກເວັ້ນການລະເມີດສັນຍາໜີ້ສິນ, ແຕ່ປັດຈຸບັນ ສອງພັກໃນລັດຖະສະພາຍັງຄົງຕໍ່ລອງກັນ ໂດຍປິ່ນອ້ອມບັນຫາຍົກສູງເພດານໜີ້ສິນ, ແຕ່ຍັງບໍ່ທັນໄດ້ກ້າວເຖິງຂັ້ນລົງລອຍກັນ.


    ຕໍ່ກັບເລື່ອງນີ້, ເຈົ້າໜ້າທີ່ທະນາຄານກາງອາເມຣິກາໄດ້ກ່າວເຕືອນເມື່ອວັນທີ 7 ກຸມພານີ້ວ່າ: ເມື່ອໃດທີ່ລັດຖະບານສະຫະລັດອາເມຣິກາເກີດການລະເມີດສັນຍາໜີ້ສິນ, ຜົນຮ້າຍຢ້ອນຫຼັງຈະແມ່ນ “ຄັ້ງໄພພິບັດ”, ພາລະບົດບາດພື້ນຖານຂອງລັດຖະບານສະຫະລັດ ຈະຕົກຢູ່ໃນສະພາບເປັນອຳມະພາດ, ພ້ອມທັງສ້າງ “ຜົນຮ້າຍທີ່ບໍ່ສາມາດຊົດເຊີຍໄດ້” ຕໍ່ເສດຖະກິດ.