ຜູ້ຕາງໜ້າຈີນຮຽກຮ້ອງໃຫ້ຕໍ່ຕ້ານລັດທິກໍ່ການຮ້າຍທຸກຮູບແບບດ້ວຍທ່າທີບໍ່ມີຄວາມອົດທົນແຕ່ຢ່າງໃດ

2023-02-10 15:41:28 CRI

   ທ່ານ ຈ່າງຈວິ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈໍາອົງການສະຫະປະຊາຊາດໄດ້ກ່າວຄໍາປາໄສໃນກອງປະຊຸມເປີດເຜີຍກ່ຽວກັບບັນຫາຕໍ່ຕ້ານການກໍ່ການຮ້າຍຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດທີ່ຈັດຂຶ້ນໃນວັນທີ 9 ກຸມພານີ້ ໂດຍໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງຕໍ່ຕ້ານລັດທິກໍ່ການຮ້າຍທຸກຮູບແບບດ້ວຍທ່າທີບໍ່ມີຄວາມອົດທົນແຕ່ຢ່າງໃດ, ພ້ອມທັງໄດ້ຮຽກຮ້ອງໃຫ້ກຸ່ມປະກອບອາວຸດຕາລີບານອັຟການີສະຖານຈົ່ງນໍາໃຊ້ມາດຕະການຢ່າງເດັດດ່ຽວແລະເຂັ້ມແຂງ, ປ້ອງກັນບໍ່ໃຫ້ອິດທິກໍາລັງກໍ່ການຮ້າຍເຕົ້າໂຮມກັນຢູ່ອັຟການີສະຖານ ເພື່ອປົກປ້ອງຄວາມປອດໄພຂອງປະຊາຊົນອັຟການີສະຖານກໍຄືຄົນຕ່າງປະເທດຢູ່ປະເທດດັ່ງກ່າວ.


   ໃນໂອກາດນີ້, ທ່ານ ຈ່າງຈວິ່ນ ກ່າວວ່າ: ພາຍຫຼັງໄດ້ສະກັດກັ້ນທ່ວງທ່າອັນຮຸນແຮງຂອງກຸ່ມກໍ່ການຮ້າຍດ້ວຍມາດຕະການດ້ານການທະຫານແລະຄວາມໝັ້ນຄົງແລ້ວ ມາດຕະການໃນຂົງເຂດເສດຖະກິດແລະການພັດທະນາກໍຕ້ອງທ່ວງທັນໄປນໍາໂດຍໄວເທົ່າທີ່ຈະໄວໄດ້, ບໍ່ດັ່ງນັ້ນໝາກຜົນຕໍ່ຕ້ານການກໍ່ການຮ້າຍທີ່ໄດ້ມາແບບບໍ່ງ່າຍດາຍນັ້ນອາດຈະສູນເສຍໄປອີກ. ປະຊາຄົມໂລກຕ້ອງສ້າງສະພາບແວດລ້ອມດ້ານເສດຖະກິດ, ການທະນາຄານແລະດ້ານການຄ້າສາກົນທີ່ມີຄວາມສະເໝີພາບແລະມີຜົນດີຕໍ່ບັນດາປະເທດພວມພັດທະນາ, ພ້ອມດຽວກັນນີ້, ອົງການເສດຖະກິດແລະການທະນາຄານສາກົນຕ້ອງເປີດກວ້າງການລົງທຶນ ເພື່ອສະໜັບສະໜູນປະເທດທີ່ກ່ຽວຂ້ອງນັ້ນນໍາເອົາຊັບພະຍາກອນໃຫ້ຫັນໄປສູ່ຂົງເຂດຊີວິດການເປັນຢູ່ຂອງປະຊາຊົນ ເປັນຕົ້ນແມ່ນຂົງເຂດການລຶບລ້າງຄວາມທຸກຍາກ, ການເປີດກວ້າງການສຶກສາໃຫ້ທົ່ວເຖິງ, ຄວາມໝັ້ນຄົງດ້ານສະບຽງອາຫານ, ສາທາລະນະສຸກແລະອື່ນໆ, ເດີນໄປຕາມເສັ້ນທາງແຫ່ງການພັດທະນາແບບຍືນຍົງແລະກວມລວມເພື່ອເຮັດໃຫ້ປະຊາຊົນໂດຍສະເພາະແມ່ນໄວໜຸ່ມໃຫ້ໄດ້ຮັບຜົນປະໂຫຍດນໍາ ແລະລຶບລ້າງຄວາມຮູ້ສຶກບໍ່ປອດໄພກໍຄືລັດທິກໍ່ການຮ້າຍໃຫ້ດີໃນຂັ້ນຮາກຖານ.