ທ່ານສີຈິ້ນຜິງພົບປະກັບທ່ານຮຸນແຊນ

2023-02-10 17:18:45 CRI


ວັນທີ 10 ກຸມພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍຢູ່ຫໍຮັບແຂກເມືອງຕ້ຽວອີໄຖທີ່ນະຄອນຫຼວງປັກກິ່ງ.


ທ່ານສີຈິ້ນຜິງກ່າວເນັ້ນວ່າ, ຈີນເດັດດ່ຽວສະໜັບສະໜູນປະຊາຊົນກຳປູເຈຍເລືອກເອົາເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບການຂອງປະເທດຕົນ, ເດັດດ່ຽວສະໜັບສະໜູນກຳປູເຈຍປົກປັກຮັກສາອະທິປະໄຕ ແລະ ຄວາມໝັ້ນຄົງຂອງປະເທດຕົນ, ເດັດດ່ຽວສະໜັບສະໜູນກຳປູເຈຍຊຸກຍູ້ວາລະການເມືອງອັນສຳຄັນ ແລະ ການພັດທະນາເສດຖະກິດສັງຄົມພາຍໃນປະເທດຢ່າງໝັ້ນທ່ຽງ, ເດັດດ່ຽວຄັດຄ້ານອິດທິກຳລັງພາຍນອກແຊກແຊງວຽກງານພາຍໃນຂອງກຳປູເຈຍ. ຈີນຍິນດີຮ່ວມກັບກຳປູເຈຍຮ່ວມກັນຊົມໃຊ້ໂອກາດ, ຮ່ວມກັນສະແຫວງຫາການຮ່ວມມື ແລະ ຮ່ວມກັນຊຸກຍູ້ການພັດທະນາຢູ່ໃນຂະບວນການຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ. ຮ່ວມມືກັນສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍທີ່ມີຄຸນນະພາບສູງ, ລະດັບສູງ, ແລະມາດຕະຖານສູງໃນຍຸກໃໝ່, ນຳເອົາຄວາມສຸກຫຼາຍກວ່າເກົ່າມາໃຫ້ແກ່ປະຊາຊົນສອງຊາດ, ປະກອບສ່ວນກຳລັງທາງບວກຫຼາຍກວ່າເກົ່າໃຫ້ແກ່ສັນຕິພາບ ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ. ທ່ານສີຈິ້ນຜິງກ່າວຕື່ມວ່າ, ສອງຝ່າຍສາມາດລົງມືຈາກ 6 ຂົງເຂດໃຫຍ່ ຄື: ການເມືອງ, ຄວາມສາມາດການຜະລິດ, ກະສິກຳ, ພະລັງງານ, ຄວາມໝັ້ນຄົງ, ແລະວັດທະນະທຳ, ອອກແຮງສ້າງໂຄງປະກອບການຮ່ວມມື “ຮູບ 6ແຈແບບຫີນເພັດ”.

 

ທ່ານຮຸນແຊນກ່າວວ່າ, ຂອບໃຈນຳຝ່າຍຈີນທີ່ ເດັດດ່ຽວສະໜັບສະໜູນປະຊາຊົນກຳປູເຈຍໃນການເລືອກເອົາເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບການຂອງປະເທດຕົນ, ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າຢ່າງທັນການໃນເວລາທີ່ກຳປູເຈຍປະເຊີນໜ້າກັບການແພ່ລະບາດຂອງພະຍາດໂຄວິດ-19 ແລະຄວາມຫຍຸ້ງຍາກອື່ນໆ. ກຳປູເຈຍເດັດດ່ຽວປະຕິບັດຕາມນະໂຍບາຍ “ປະເທດຈີນດຽວ”, ເດັດດ່ຽວສະໜັບສະໜູນຈີນໃນການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງແລະ ຜົນປະໂຫຍດດ້ານການພັດທະນາ, ເດັດດ່ຽວສະໜັບສະໜູນທິດທາງ “ປະເທດດຽວ ສອງລະບອບ” ຂອງຈີນ, ເດັດດ່ຽວຄັດຄ້ານອິດທິກຳລັງໃດໆແຊກແຊງວຽກງານພາຍໃນຂອງຈີນໃນບັນຫາທີ່ກ່ຽວຂ້ອງກັບຮົງກົງ ຊິ່ນຈ່ຽງ, ຕິເບດຂອງຈີນ ແລະ ບັນຫາອື່ນໆ. ກຳປູເຈຍຍິນດີສືບຕໍ່ຊຸກຍູ້ການຂະຫຍາຍສາຍພົວພັນອາຊຽນ -ຈີນຢ່າງຕັ້ງໜ້າ. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກ ແລະ ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງຂອງໂລກທີ່ຈີນສະເໜີອອກມານັ້ນມີຄວາມໝາຍອັນສຳຄັນຕໍ່ການປົກປັກຮັກສາສັນຕິພາບຂອງໂລກ ແລະ ຊຸກຍູ້ການພັດທະນາ, ກຳປູເຈຍໄດ້ສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ.