ອາກເມນີແລະຕູຣາເຄຍເປີດດ່ານທາງບົກຄືນໃໝ່ເພື່ອຂົນສົ່ງວັດຖຸແລະເຄື່ອງຊ່ວຍເຫຼືອມະນຸດສະທຳ

2023-02-12 15:15:54 cri

      ໂຄສົກກະຊວງການຕ່າງປະເທດອາກເມນີກ່າວໃນວັນທີ 11 ກຸມພານີ້ວ່າ: ໃນມື້ດັ່ງກ່າວ, ອາກເມນີໄດ້ສົ່ງວັດຖຸແລະເຄື່ອງຊ່ວຍເຫຼືອມະນຸດສະທຳງວດໜຶ່ງໃຫ້ແກ່ຕູຣາເຄຍໂດຍຜ່ານດ່ານທາງບົກລະຫວ່າງສອງປະເທດ.

      ໂຄສົກທ່ານນີ້ກ່າວວ່າ: ລົດບັນທຸກວັດຖຸແລະເຄື່ອງຊ່ວຍເຫຼືອມະນຸດສະທຳໄດ້ແລ່ນຜ່ານຂົວມາກາລາທີ່ຕັ້ງຢູ່ເຂດຊາຍແດນລະຫວ່າງສອງປະເທດ,ພວມເດີນທາງໄປເຂດປະສົບໄພຂອງຕູຣາເຄຍ. ນອກນີ້,ຕາມສື່ມວນຊົນຕູຣາເຄຍລາຍງານວ່າ: ເພື່ອເຮັດໃຫ້ການຂົນສົ່ງວັດຖຸແລະເຄື່ອງຊ່ວຍເຫຼືອມະນຸດສະທຳມີຄວາມສະດວກສະບາຍ,ວັນທີ 11 ກຸມພານີ້, ຕູຣາເຄຍໄດ້ເປີດການນຳໃຊ້ຈຸດຜ່ານຊາຍແດນລະຫວ່າງປະເທດຕົນກັບອາກເມນີ. ນັບແຕ່ໄດ້ປະກາດເປັນເອກະລາດໃນປີ 1991 ເປັນຕົ້ນມາ, ອາກເມນີບໍ່ໄດ້ສ້າງສາຍພົວພັນທາງການທູດກັບຕູຣາເຄຍຢ່າງເປັນປົກກະຕິມາໂດຍຕະຫຼອດ.