ໃນ 5 ປີທີ່ຜ່ານມາ ຢູ່ເຂດຊິ່ນຈ່ຽງຈີນໄດ້ສ້າງແລະດັດແປງທາງຫຼວງຊົນນະບົດ 5 ໝື່ນ 8 ພັນກິໂລແມັດ

2023-02-12 15:00:52 CRI

 

ຕາມຂ່າວCRI: ວັນທີ 10 ກຸມພານີ້, ນັກຂ່າວໄດ້ຊາບຈາກພະແນກຄົມມະນາຄົມແລະຂົນສົ່ງຂອງເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງຈີນວ່າ: ນັບແຕ່ປີ 2018 ເປັນຕົ້ນມາ, ເຂດຊິ່ນຈ່ຽງໄດ້ໃຊ້ງົບປະມານ 41,6 ຕື້ຢວນເພື່ອກໍ່ສ້າງແລະດັດແປງທາງຫຼວງຊົນນະບົດເຊິ່ງມີລວງຍາວ 5 ໝື່ນ 8 ພັນກິໂລແມັດ, ການອອກເດີນທາງຂອງພົນລະເມືອງຢູ່ແຫ່ງຕ່າງໆມີຄວາມສະດວກນັບມື້ນັບຫຼາຍຂຶ້ນ.

 

ໃນປີ 2023, ເຂດຊິ່ນຈ່ຽງມີແຜນຈະໃຊ້ງົບປະມານ 8 ຕື້ຢວນ, ເຂົ້າໃນການສ້າງແລະດັດແປງທາງຫຼວງຊົນນະບົດ 6000 ກິໂລແມັດ, ເພີ່ມຈຳນວນຕາແສງທີ່ມີທາງຫຼວງລະດັບ 3 ຂຶ້ນໄປ 5 ແຫ່ງ, ເພີ່ມຈຳນວນບ້ານທຳມະຊາດທີ່ມີທາງປູຢາງຫຼືທາງຊີມັງ 50 ແຫ່ງ, ແລະຈະສ້າງສຳເລັດສະຖານີລົດຂົນສົ່ງຜູ້ໂດຍສານຜ່ານທາງຫຼວງແບບສັງລວມທີ່ມີບົດບາດສົມບູນ.