ທ່ານນາງຊຸ່ນຈູນລານເຂົ້າຮ່ວມພິທີໄຂກອງປະຊຸມການສຶກສາດີຈີຕອນທົ່ວໂລກ ແລະ ກ່າວຄຳປາໄສ

2023-02-14 15:18:37 CRI

    ວັນທີ 13 ກຸມພານີ້, ກອງປະຊຸມການສຶກສາດີຈີຕອນທົ່ວໂລກໄດ້ຈັດຂຶ້ນຢູ່ທີ່ປັກກິ່ງ, ທ່ານນາງຊຸ່ນຈູນລານ ຮອງນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີດັ່ງກ່າວ.


    ທ່ານນາງຊຸ່ນຈູນລານຊີ້ອອກວ່າ, ລັດຖະບານຈີນໄດ້ເອົາໃຈໃສ່ນຳການພັດທະນາການສຶກສາດີຈີຕອນໃນລະດັບສູງ, ໂດຍຜ່ານການທຳຄວາມພະຍາຍາມຢ່າງຕໍ່ເນື່ອງ, ໂຮງຮຽນປະຖົມ ແລະ ມັດທະຍົມທັງໝົດຂອງຈີນກໍ່ໄດ້ຕິດຕໍ່ອິນເຕີເນັດແລ້ວ, ໂຮງຮຽນຈຳນວນ 99,5% ໄດ້ມີຫ້ອງຮຽນສາລະພັດສື່, ໄດ້ສຳເລັດການສ້າງເວທີການບໍລິການສາທາລະນະດ້ານການສຶກສາແບບຊານສະຫຼາດແຫ່ງຊາດຂະຫຍາຍຊັບພະຍາກອນດ້ານການສຶກສາທີ່ມີຄຸນນະພາບດີ ຊຸກຍູ້ການສຶກສາໃຫ້ພັດທະນາຢ່າງສະໝ່ຳສະເໝີ ແລະ ຊຸກຍູ້ການສຶກສາໃຫ້ມີຄວາມຍຸຕິທຳ. ໂຮງຮຽນລະດັບຕ່າງໆ ແລະ ປະເພດຕ່າງໆໄດ້ເພີ່ມການສຶກສາດີຈີຕອນໃຫ້ສົມບູນຢ່າງບໍ່ຢຸດຢັ້ງ, ຊຸກຍູ້ເຕັກນິກດີຈີຕອນ ກັບ ການສຶກສາແບບດັ້ງເດີມໃຫ້ພັດທະນາຢ່າງປະສົມປະສານກັນ,ເຮັດໃຫ້ເຕັກນິກດີຈີຕອນເພີ່ມຂີດຄວາມສາມາດໃຫ້ກັບການສຶກສາ ແລະ ຮັບໃຊການສິດສອນຢ່າງດີກວ່າເກົ່າ.


 

    ກອງປະຊຸມເທື່ອນີ້ມີຫົວຂໍ້ວ່າ: ການຫັນປ່ຽນຂອງດີຈີຕອນ ແລະ ອະນາຄົດຂອງການສຶກສາໂດຍມີຜູ້ຕາງໜ້າຈາກຫຼາຍກວ່າ 130 ປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມ.