ຈັດເວທີເປິກສາຫາລືສຸດຍອດປະຊາຄົມຮ່ວມໂທລະພາບເສັ້ນທາງສາຍໄໝປີ2023

2023-02-15 11:36:09 CRI


    ວັນທີ 14 ກຸມພານີ້, ເວທີເປິກສາຫາລືສຸດຍອດປະຊາຄົມຮ່ວມໂທລະພາບເສັ້ນທາງສາຍໄໝປີ 2023 ໄດ້ຈັດຂຶ້ນຢູ່ທີ່ປັກກິ່ງ. ທ່ານຫຼີຊູ່ເລີຍ ກຳມະການກົມການເມືອງຄະນະກຳມະການສູນກາງພັກຄອມມູນິດຈີນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນໄດ້ກ່າວຄຳປາໄສຜ່ານທາງວິດີໂອ.


    ທ່ານຫຼີຊູເລີຍຊີ້ອອກວ່າ, ປີນີ້ແມ່ນທ່ານເລຂາທິການໃຫຍ່ສີຈິ້ນຜິງສະເໜີຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ. ໄລຍະ 10 ປີຜ່ານມາ, “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນຜະລິດຕະພັນສາທາລະນະສາກົນທີ່ເພີ່ມຄວາມປາຖະໜາຢ່າງກວ້າງຂວາງ ເປັນຂີດໝາຍສະແດງໃຫ້ເຫັນວ່າການຮ່ວມມືດ້ານເສດຖະກິດສາກົນໄດ້ຂຶ້ນສູ່ລະດັບໃໝ່. ຈີນຈະເດັດດ່ຽວເດີນຕາມເສັ້ນທາງການພັດທະນາໂດຍສັນຕິ, ປະຕິບັດຍຸດທະສາດແບບເປີດປະຕູສູ່ພາຍນອກທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍຢ່າງເດັດຂາດ, ຊຸກຍູ້ການພ້ອມກັນກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ພັດທະນາດ້ວຍຄຸນນະພາບດີ ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.



    ເວທເປິກສາຫາລືຄັ້ງນີ້ຈັດຂຶ້ນໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ພາຍໃຕ້ຫົວຂໍ້: ເກາະແຂນກັນພ້ອມກັນສ້າງສາພັດທະນາ, ຮ່ວມມືກັນແບບຕ່າງຝ່່າຍຕ່າງໄດ້ຮັບຜົນປະໂຫຍດ, ແຂກຜູ້ມີກຽດ 120 ກວ່າທ່ານທີ່ມາຈາກ ສື່ມວນຊົນສຳຄັນ 54 ແຫ່ງຂອງ 33 ປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມເວທີເປິກສາຫາລືໂດຍຜ່ານທາງອອນລາຍແລະ ອອຟລາຍ.