ທ່ານວາງຢີ້ພົບປະກັບທ່ານໄຊໂດບ ຜູ້ວ່າການແທນລັດຖະມົນຕີກະຊວງການຕ່າງປະເທດອຸດສະເບກິດສະຖານເປັນເວລາສັ້ນ

2023-02-15 17:18:47 cri

 

ຕອນຮຸ່ງເຊົ້າຂອງວັນທີ 15 ກຸມພານີ້ຕາມເວລາທ້ອງຖິ່ນ, ທ່ານວາງຢີ້ ກຳມະການກົມການເມືອງຄະນະກຳມະການສູນກາງພັກຄອມມິດຈີນ,ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງຈີນໄດ້ແວ່ພັກຊົ່ວຄາວຢູ່ນະຄອນຫຼວງທາສເຄນຂອງອຸດສະເບກິດສະຖານໃນເວລາເດີນທາງໄປຢ້ຽມຢາມເອີຣົບດ້ວຍເຮືອບິນ, ທ່ານບາກຕິໂຢ ໄຊໂດບ ຜູ້ວ່າການແທນລັດຖະມົນຕີກະຊວງການຕ່າງປະເທດອຸດສະເບກິດສະຖານໄດ້ເດີນທາງມາຮອດສະໜາມບິນເພື່ອພົບປະກັບທ່ານວາງຢີ້ໂດຍສະເພາະ. ສອງຝ່າຍໄດ້ຕີລາຄາສູງຕໍ່ໄມຕີຈິດມິດຕະພາບລະຫວ່າງຈີນ-ອຸດສະເບກິດສະຖານ, ໄດ້ແລກປ່ຽນຄວາມເຫັນກ່ຽວກັບການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງໃນອະນາຄົດ, ສອງຝ່າຍເຫັນດີເປັນເອກະພາບກັນກ່ຽວກັບການຮ່ວມກັນຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງປະມຸກລັດສອງປະເທດ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງຮອບດ້ານລະຫວ່າງຈີນ-ອຸດສະເບກິດສະຖານ ກໍຄືການຮ່ວມມືລະຫວ່າງຈີນ ແລະອາຊີກາງໃຫ້ໄດ້ຮັບໝາກຜົນຫຼາຍກວ່າເກົ່າ, ແລະຮ່ວມກັນປົກປັກຮັກສາສັນຕິພາບ ແລະສະຖຽນລະພາບຂອງພາກພື້ນ.