ຕູຣາເຄຍ:ວຽກງານຊ່ວຍເຫຼືອເຂດປະສົບໄພແຜ່ນດິນໄຫວຢ່າງໜ້ອຍຕ້ອງການປະຕິບັດເປັນເວລາ 1 ປີ

2023-02-20 15:24:47 CRI

     ວັນທີ 19 ກຸມພານີ້, ທ່ານຊູເລມານ ຊອຍລູ ລັດຖະມົນຕີກະຊວງພາຍໃນຕູຣາເຄຍກ່າວວ່າ, ວຽກງານຊ່ວຍເຫຼືອເຂດປະສົບໄພແຜ່ນດິີນໄຫວຢ່າງໜ້ອຍຕ້ອງການປະຕິບັດເປັນເວລາ 1 ປີ, ເພາະເຮັດແນວນີ້ຈິ່ງສາມາດຮັບປະກັນໃຫ້ວຽກງານຊ່ວຍເຫຼືອປະຕິບັດໄດ້ຢ່າງຕໍ່ເນື່ອງ ແລະ ຟື້ນຟູຄວາມເປັນລະບຽບຮຽບຮ້ອຍດ້ານຊີວິດການເປັນຢູ່ຂອງເຂດປະສົບໄພ.



    ທ່ານກ່າວເນັ້ນວ່າ, ໃນບໍ່ເທົ່າໃດມື້ຫຼັງຈາກເກີດເຫດແຜ່ນດິນໄຫວ, ການຊ່ວຍເຫຼືອທີ່ສົ່ງໄປຮອດເຂດປະສົບໄພແມ່ນມີຈຳນວນຫຼວງຫຼາຍ, ແຕ່ຄຽງຄູູ່ກັບເວລາຜ່ານໄປ,ການຊ່ວຍເຫຼືອທີ່ສົ່ງໄປຮອດເຂດປະສົບໄພໄດ້ຄ່ອຍໆຫຼຸດໜ້ອຍລົງໃນຫວ່າງມໍ່ໆມານີ້, ຢູ່ບາງແຫ່ງ ຈຳນວນອາສາສະໝັກໍ່ໄດ້ຫຼຸດໜ້ອຍລົງ, ທ່ານເປັນຫ່ວງຫຼາຍຕໍ່ທ່າອ່ຽງແບບນີ້.