ປະທານາທິບໍດີຣັດເຊຍຕ້ອນຮັບການເຂົ້າຢ້ຽມ​ຄຳນັບຂອງທ່ານວາງຢີ້

2023-02-23 12:44:54 cri


    ວັນທີ 22 ກຸມພານີ້, ທ່ານລະວາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານວາງຢີ້ ກຳມະການກົມການເມືອງ ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດຂອງສູນກາງພັກຄອມມູນິດຈີນຢູ່ນະຄອນຫຼວງມັດສະກູປະເທດຣັດເຊຍ.

    ທ່ານວາງຢີ້ກ່າວວ່າ: ສະພາບການສາກົນໃນປັດຈຸບັນມີຄວາມສັບສົນ ແລະຂ້ຽວຂາດ, ແຕ່ສາຍພົວພັນຈີນ-ຣັດເຊຍຜ່ານການທົດສອບຈາກການປ່ຽນແປງຂອງສະພາບການສາກົນ, ແມ່ນມີຄວາມເຂັ້ມແຂງໜຽວແໜ້ນ ແລະມີຄວາມໝັ້ນທ່ຽງເໝືອນດັ່ງພູຜາ. ເຖິງແມ່ນວ່າວິກິດການ ແລະສະພາບຄວາມວຸ້ນວາຍໄດ້ປປາກົດຂຶ້ນເລື້ອຍໆກໍຕາມ, ແຕ່ສິ່ງທ້າທາຍ ແລະໂອກາດແມ່ນຢູ່ຮ່ວມກັນ. ສາຍພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານຍຸກໃໝ່ຈີນ-ຣັດເຊຍບໍ່ເຄີຍແນໃສ່ຝ່າຍທີ3,ບໍ່ເຄີຍຖືກກະທົບຈາກຝ່າຍທີ3 ແລະຍິ່ງບໍ່ຮັບເອົາການຂົ່ມຂູ່ຈາກຝ່າຍທີ 3.

    ທ່ານປູຕິນກ່າວວ່າ: ປັດຈຸບັນ, ສາຍພົວພັນຣັດເຊຍ-ຈີນພວມເດີນໄປຕາມເປົ້າໝາຍທີ່ວາງໄວ້, ສອງຝ່າຍເພີ່ມທະວີຄວາມສາມັກຄີ ແລະການປະສານສົມທົບໃນວຽກງານສາກົນ ແມ່ນມີຄວາມໝາຍສຳຄັນຕໍ່ການຊຸກຍູ້ໃຫ້ສາຍພົວພັນສາກົນມີ ປະຊາທິປະໄຕ, ໂຄງປະກອບສາກົນມີຄວາມດຸນດ່ຽງ ແລະໝັ້ນທ່ຽງ.

    ສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນແບບລົງເລິກຕໍ່ບັນຫາອູແກຣນ. ທ່ານວາງຢີ້ກ່າວວ່າ: ຈີນຍ້ອງຍໍຊົມເຊີຍຕໍ່ຣັດເຊຍທີ່ໄດ້ກ່າວຢ້ຳວ່າຍິນດີແກ້ໄຂບັນຫາຜ່ານການສົນທະນາ ແລະເຈລະຈາ. ຈີນຈະຍຶດໝັ້ນຫຼັກການທີ່ພາວະວິໄສ ແລະທ່ຽງທຳຢ່າງສະເໝີຕົ້ນສະເໝີປາຍ, ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເຂົ້າໃນການແກ້ໄຂວິກິດການຜ່ານທາງການເມືອງ.