ປີ 2023 ຈີນຈະເສີມສ້າງລະບົບການບໍລິການດ້ານການແພດ ແລະ ຢາພື້ນເມືອງຈີນ

2023-02-26 14:17:45 CRI


ວັນທີ 25 ກຸມພາ 2023 ນີ້, ກອງປະຊຸມຫົວໜ້າອົງການການແພດ ແລະ ຢາພື້ນເມືອງຈີນທົ່ວປະເທດຈີນປີ 2023 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃຫ້ຮູ້ວ່າ, ປີ 2023, ຈີນຈະດຳເນີນການເຄື່ອນໄຫວ ແລະ ນະໂຍບາຍມາດຕະການຕ່າງໆ, ເພື່ອເສີມສ້າງລະບົບ ການບໍລິການດ້ານການແພດ ແລະ ຢາພື້ນເມືອງຈີນ, ຍົກລະດັບຄວາມສາມາດ ຂອງການບໍລິການດ້ານການແພດ ແລະ ຢາພື້ນເມືອງຈີນຢູ່ຂັ້ນຮາກຖານ.


ເດືອນມີນາ 2022 ຜ່ານມາ, 10 ພາກສ່ວນ ເຊິ່ງລວມທັງອົງການຄຸ້ມຄອງການແພດ ແລະ ຢາພື້ນເມືອງຈີນແຫ່ງຊາດຈີນໄດ້ຮ່ວມກັນພິມ ແລະ ປະກາດ “ແຜນການດຳເນີນງານ 5 ປີ ຄັ້ງທີ 14 ວ່າດ້ວຍຍົກລະດັບຄວາມສາມາດ ຂອງການບໍລິການດ້ານການແພດ ແລະ ຢາພື້ນເມືອງຈີນຢູ່ຂັ້ນຮາກຖານ.” ເພື່ອໃຫ້ປະຊາຊົນຈະສາມາດຊົມໃຊ້ການບໍລິການດ້ານການແພດ ແລະ ຢາພື້ນເມືອງຈີນທີ່ມີຄຸນນະພາບດີກວ່າເກົ່າຢູ່ບໍລິເວນໃກ້ຄຽງເຮືອນຕົນ, ປີນີ້ ຈີນຈະດຳເນີນແຜນການດຳເນີນງານດັ່ງກ່າວຢ່າງຮອບດ້ານ, ຊຸກຍູ້ການສ້າງນະຄອນສາທິດ ແລະ ເມືອງສາທິດດ້ານວຽການການແພດ ແລະ ຢາພື້ນເມືອງຈີນຂັ້ນຮາກຖານໃນທົ່ວປະເທດ; ພ້ອມກັນນັ້ນ, ຍັງຈະລົງມືດຳເນີນແຜນການອົບຮົມດ້ານການແພດ ແລະ ຢາພື້ນເມືອງຈີນໃຫ້ກັບພະນັກງານການແພດຢູ່ຂັ້ນຮາກຖານ, ເພື່ອຍົກສູງຄວາມສາມາດຂອງພະນັກງານການແພດ ແລະ ຢາພື້ນເມືອງຈີນຢູ່ຂັ້ນຮາກຖານ.