ທ່ານສິນກາງຈະກ່າວຄຳປາໄສທາງວິດີໂອໃນກອງປະຊຸມສະພາມົນຕີສິດທິມະນຸດອົງການສະຫະປະຊາຊາດ

2023-02-27 17:15:55 CRI

ທ່ານນາງມາວນິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ກອງປະຊຸມສະໄໝທີ 52 ຂອງສະພາມົນຕີສິດທິມະນຸດອົງການສະຫະປະຊາຊາດຈະຈັດຂຶ້ນຢູ່ນະຄອນເຊີແນວລະຫວ່າງວັນທີ 27 ກຸມພາຫາວັນທີ 4 ເມສາປີ 2023 ແລະ ຈະຈັດກອງປະຊຸມລະດັບສູງລະຫວ່າງວັນທີ 27 ກຸມພາຫາວັນທີ 2 ມີນາ. ທ່ານສິນກາງ ລັດຖະມົນຕີກະຊວງການຕ່າງປະເທດຈີນຈະກ່າວຄຳປາໄສທາງວີດີໂອໃນວັນທີ 27 ກຸມພານີ້.