ລັດຖະມົນຕີການຕ່າງປະເທດຣັດເຊຍ ແລະອາເມຣິກາຈັດການພົບປະສັ້ນ

2023-03-03 11:45:39 cri

ວັນທີ 2 ມີນານີ້, ທ່ານເຊີເກ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ແລະທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ໄດ້ຈັດການພົບປະສັ້ນໃນໄລຍະຈັດກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມ 20 ປະເທດ ຫຼື G20 . ນີ້ແມ່ນຄັ້ງທຳອິດທີ່ສອງຝ່າຍສົນທະນາແບບເຊິ່ງໜ້າກັນພາຍຫຼັງຣັດເຊຍເລີ່ມການເຄື່ອນໄຫວດ້ານການທະຫານພິເສດຢູ່ອູແກຣນໃນເດືອນກຸມພາ ປີ 2022. ເຈົ້າໜ້າທີ່ອາເມຣິກາກ່າວວ່າ: ການພົບປະກັນໃນຄັ້ງນີ້ບໍ່ຮອດ 10 ນາທີ.

ສຳນັກຂ່າວສານສະປຸດນິກຂອງຣັດເຊຍລາຍງານວ່າ: ທ່ານນາງມາເຣຍ ຊັກຄາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ທ່ານອັນໂຕນີ ບລິນເກນ ໄດ້ຮ້ອງຂໍພົບປະກັບທ່ານເຊີເກ ລັຟລົຟ. ຫຼັງຈາກການພົບປະຄັ້ງນີ້ສິ້ນສຸດລົງແລ້ວ, ທ່ານອັນໂຕນີ ບລິນເກນ ກ່າວວ່າ: ທ່ານໄດ້ແຈ້ງໃຫ້ທ່ານເຊີເກ ລັຟລົຟຮູ້ໃນເວລາພົບປະກັນວ່າ: ອາເມຣິກາຈະສືບຕໍ່ສະໜັບສະໜູນອູແກຣນ, ພ້ອມກັນນັ້ນ, ທ່ານຍັງໄດ້ເຕືອນໃຫ້ຣັດເຊຍຈົ່ງປ່ຽນແປງຂໍ້ຕົກລົງຂອງຣັດເຊຍກ່ຽວກັບການຍຸດຕິການປະຕິບັດສົນທິສັນຍາວ່າດ້ວຍການຫຼຸດອາວຸດຍຸດທະສາດສະບັບໃໝ່ ເປັນການຊົ່ວຄາວ.