ກຸ່ມ 20 ປະເທດຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືກັນ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍ

2023-03-03 10:53:05 CRI

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມ 20 ປະເທດ ຫຼື G20 ທີ່ຈັດຂຶ້ນຢູ່ນະຄອນຫຼວງນິວແດນລີປະເທດອິນເດຍເປັນເວລາ 2 ວັນໄດ້ອັດລົງໃນວັນທີ 2 ມີນານີ້ຕາມເວລາທ້ອງຖິ່ນ. ກອງປະຊຸມໄດ້ເຜີຍແຜ່ຂໍ້ສະຫຼຸບຂອງປະທານ ແລະ ເອກະສານຜົນສຳເລັດ ໂດຍຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືກັນແລະລັດທິຫຼາຍຝ່າຍ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍ.


ເນື້ອໃນເອກະສານໄດ້ລະບຸວ່າ: ໂລກປັດຈຸບັນປະເຊີນກັບສິ່ງທ້າທາຍຫຼາຍດ້ານ ເຊິ່ງລວມທັງການບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດມີຄວາມຄືບໜ້າຊັກຊ້າ, ການປ່ຽນແປງຂອງດິນຟ້າອາກາດ, ບັນຫາມົນລະພິດ, ເສດຖະກິດພັດທະນາຊ້າລົງ, ບັນຫາດ້ານໜີ້ສິນ, ການຟື້ນຕົວຄືນຫຼັງຈາກການແພ່ລະບາດຂອງພະຍາດໂຄວິດ-19 ບໍ່ສະໝ່ຳສະເໝີ, ບັນຫາຄວາມທຸກຍາກແລະຄວາມບໍ່ສະເໝີພາບຮ້າຍແຮງຂຶ້ນຕື່ມອີກ, ໄພຂົ່ມຂູ່ດ້ານທັນຍາຫານ ແລະ ຄວາມປອດໄພດ້ານພະລັງງານ, ຕ່ອງໂສ້ການສະໜອງໃນທົ່ວໂລກຂາດສະບັ້ນ, ສະຖານະການການເມືອງພູມີພາກເຄັ່ງຕຶງຂຶ້ນ ແລະ ການປະທະກັນດຸເດືອດຂຶ້ນຕື່ມອີກ.