CMG ແລະອົງການປົກຄອງເຂດບໍລິຫານພິເສດມາກາວດໍາເນີນການຮ່ວມມືຮອບໃໝ່

2023-03-06 16:26:34 CRI


   ງານວາງສະແດງລາຍການດີເດັ່ນຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ຢູ່ເຂດບໍລິຫານພິເສດມາກາວ ສປ ຈີນແລະພິທີມອບສິດໃຫ້ແກ່ສື່ມວນຊົນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 6 ມິນານີ້, ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ, CMG ແລະອົງການປົກຄອງເຂດບໍລິຫານພິເສດມາກາວໄດ້ດໍາເນີນການຮ່ວມມືຮອບໃໝ່.


   ໃນໂອກາດນີ້, ທ່ານ ເຮີ້ຢີເສີງ ຜູ້ວ່າການເຂດບໍລິຫານພິເສດມາກາວ ໄດ້ຊີ້ອອກວ່າ: ງານວາງສະແດງລາຍການດີເດັ່ນຂອງ CMG ຢູ່ເຂດບໍລິຫານພິເສດມາກາວຄັ້ງນີ້ມີລາຍການດີເດັ່ນທັງໝົດ 9 ລາຍການເຊິ່ງການໄຂງານໃນຄັ້ງນີ້ຈະເຮັດໃຫ້ປະຊາຊົນເຂດບໍລິຫານພິເສດມາກາວເຂົ້າໃຈຂະບວນວິວັດປະຫວັດສາດແຫ່ງການປະຕິບັດຕົວຈິງເພື່ອບັນລຸຄວາມທັນສະໄໝແບບຈີນຢ່າງເລິກເຊິ່ງກວ່າເກົ່າ, ແລະເຫັນໄດ້ບາດກ້າວອັນໜັກແໜ້ນແຫ່ງການຊຸກຍູ້ຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ. ຫວັງວ່າອົງການປົກຄອງເຂດບໍລິຫານພິເສດມາກາວແລະ CMG ຈະສືບຕໍ່ເສີມຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງສອງຝ່າຍ ເພື່ອສະໜັບສະໜູນເຂດບໍລິຫານພິເສດມາກາວເຊື່ອມໂຍງເຂົ້າກັບສະພາບລວມຂອງການພັດທະນາແຫ່ງຊາດໃຫ້ດີກວ່າເກົ່າ.



   ທ່ານ ເຊີ້ນໄຫສົງ ຜູ້ອຳນວຍການໃຫຍ່ CMG ກ່າວວ່າ, CMG ຈະລົງເລິກຈັດຕັ້ງປະຕິບັດການວາງແຜນກ່ຽວກັບການພັດທະນາຂອງເຂດບໍລິຫານພິເສດມາກາວທີ່ກໍານົດໄວ້ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ໂດຍຈະພະຍາຍາມຮ່ວມກັບອົງການປົກຄອງເຂດບໍລິຫານພິເສດມາກາວ, ຂຽນໂສມໜ້າໃໝ່ແຫ່ງການຈັດຕັ້ງປະຕິບັດນະໂຍບາຍ “ປະເທດດຽວສອງລະບອບ”ທີ່ມີເອກະລັກພິເສດຂອງມາກາວທີ່ປະສົບຜົນສໍາເລັດບົນຂະບວນການອອກເດີນທາງຄັ້ງໃໝ່ຂອງຈີນ.