ທະນາຄານກາງຈີນໄດ້ຊື້ຄຳເປັນ 4 ເດືອນລຽນຕິດ

2023-03-27 15:36:37 CRI

ນັບແຕ່ເດືອນພະຈິກປີກາຍນີ້ເປັນຕົ້ນມາ, ທະນາຄານກາງຈີນໄດ້ຊື້ຄຳສຳຮອງໄວ້ເປັນ 4 ເດືອນລຽນຕິດ. ມາຮອດເດືອນກຸມພາປີນີ້, ນັບລວມແລ້ວ, ໄດ້ຊື້ຄຳ 102,02 ໂຕນ, ພຽງແຕ່ຮອງຈາກຕູຣາເຄຍເທົ່ານັ້ນ ແລະ ກາຍເປັນປະເທດທີ່ໄດ້ຊື້ຄຳຫຼາຍເປັນອັນດັບສອງຂອງໂລກ ນັບແຕ່ປີ 2022 ເປັນຕົ້ນມາ, ຄັງສຳຮອງຄຳໄດ້ບັນລຸເຖິງ 2050,34 ໂຕນ, ເທົ່າກັບມູນຄ່າ 120,283 ຕື້ໂດລາ ແລະ ກວມ 3,63% ຂອງຍອດຊັບສິນສຳຮອງຂອງຈີນ.