ຈີນ-ສິງກະໂປເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການອະນຸລັກດິນບໍລິເວນນ້ຳ ແລະ ປ່າໂກງກາງ

2023-04-03 15:16:47 cri

 ອົງການປ່າໄມ້ແລະທົ່ງຫຍ້າແຫ່ງຊາດຈີນແຈ້ງໃຫ້ຮູ້ໃນມື້ນີ້ວ່າ: ວັນທີ 1 ເມສານີ້, ອົງການປ່າໄມ້ແລະທົ່ງຫຍ້າແຫ່ງຊາດຈີນຮ່ວມກັບອົງການສວນສາທາ ລະນະແຫ່ງຊາດສິງກະໂປໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການອະນຸລັກດິນບໍລິເວນນ້ຳແລະປ່າໂກງກາງ. ອີງຕາມບົດບັນທຶກຄວາມເຂົ້າໃຈສະບັບດັ່ງກ່າວ, ສອງຝ່າຍຈະດຳເນີນການຮ່ວມມືແລະແບ່ງປັນບົດຮຽນໃນດ້ານອະນຸລັກ ປ່າໂກງກາງແລະດິນບໍລິເວນນ້ຳຂະໜາດນ້ອຍ,ການຍົກຍ້າຍແລະດູແລພືດປ່າຢູ່ດິນບໍລິເວນນ້ຳພ້ອມດ້ວຍເຂດອ້ອມແອ້ມ. ຜ່ານການລົງເລິກການຮ່ວມມືໃນ ຂົງເຂດອະນຸລັກດິນບໍລິເວນນ້ຳແລະປ່າໂກງກາງຂອງສອງປະເທດເພື່ອເພີ່ມ ຄວາມເຂົ້າໃຈກັນຕື່ມອີກ,ຊຸກຍູ້ການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນ ແລະກັນ, ຊຸກຍູ້ພາລະກິດອະນຸລັກປ່າໂກງກາງຂອງອາຊີຕະຫຼອດຮອດທົ່ວ ໂລກໃຫ້ຂຶ້ນສູ່ລະດັບໃໝ່.