ການເຈລະຈາເຂດການຄ້າເສລີຈີນ-ອາຊຽນສະບັບ 3,0 ຮອບທີ 2 ໄດ້ຈັດຂຶ້ນຢູ່ປະເທດໄທ

2023-04-15 12:09:44 cri


ການເຈລະຈາເຂດການຄ້າເສລີຈີນ-ອາຊຽນສະບັບ 3,0 ຮອບທີ 2 ໄດ້ຈັດຂຶ້ນລະຫວ່າງວັນທີ 10 ຫາວັນທີ 12 ເມສານີ້ຢູ່ນະຄອນຫຼວງບາງກອກປະເທດໄທ, ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງຂອງປະເທດຈີນ,10 ປະເທດອາຊຽນ ແລະກອງເລຂາອາຂຽນໄດ້ເຂົ້າຮ່ວມ. ສອງຝ່າຍເລີ່ມເຈລະຈາກ່ຽວກັບຂົງເຂດຕ່າງໆຂອງເຂດການຄ້າເສລີຈີນ-ອາຊຽນສະບັບ 3,0 ຢ່າງຮອບດ້ານ, ຄົ້ນຄວ້າເປິກສາຫາລືການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືຕື່ມອີກໃນຂົງເຂດຕ່າງໆເຊັ່ນ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ການຄ້າສິນຄ້າທີ່ຈັບຕ້ອງໄດ້, ການລົງທຶນ, ການແຂ່ງຂັນແລະການປົກປ້ອງຜູ້ບໍລິໂພກ, ອະນາໄມ ແລະ ອະນາໄມຂອງພືດ, ມາດຕະຖານ, ລະບຽບການດ້ານວິຊາການ ແລະຂັ້ນຕອນການປະເມີນຄວາມໄດ້ມາດຕະຖານ, ວິສາຫະກິດຂະໜາດກາງແລະນ້ອຍ ແລະຈຸນລະວິສາຫະກິດ ເປັນຕົ້ນ.

ການເຈລະຈາເຂດການຄ້າເສລີຈີນ-ອາຊຽນສະບັບ 3,0 ເລີ່ມດຳເນີນໃນເດືອນພະຈິກ ປີ2022, ການເຈລະຈາຮອບທຳອິດໄດ້ຈັດຂຶ້ນທາງອອນລາຍເມື່ອເດືອນກຸມພາ ປີ2023, ສ່ວນການເຈລະຈາຮອບທີ2ນີ້ແມ່ນການເຈລະຈາແບບເຊິ່ງໜ້າຄັ້ງທຳອິດລະຫວ່າງສອງຝ່າຍ.