ສະໜາມບິນສາກົນໃໝ່ຂອງຊຽມຣຽບກຳປູເຈຍຈະເປີດນຳໃຊ້ໃນເດືອນຕຸລາ 2023

2023-04-27 10:38:46 CRI

ສະໜາມບິນສາກົນອັງກໍແຫ່ງໃໝ່ ທີ່ຕັ້ງຢູ່ແຂວງຊຽມຣຽບປະເທດກຳປູເຈຍຈະເປີດນຳໃຊ້ໃນເດືອນຕຸລາ 2023 ຢ່າງເປັນທາງການຕາມເວລາກຳນົດ.


ສະໜາມບິນອັງກໍຊຽມຣຽບເລີ່ມລົງມືກໍ່ສ້າງໃນເດືອນມີນາປີ 2022, ແມ່ນສະໜາມບິນສາກົນລະດັບ 4E, ທາງແລ່ນຍາວ 3600 ແມັດ, ໄດ້ຕິດຕັ້ງລະບົບອຸປະກອນເຕັກນິກທັນສະໄໝ, ສາມາດຮອງຮັບເຮືອບິນທຸກປະເພດ ແລະ ຮັບປະກັນຄວາມປອດໄພດ້ານການບິນ ແລະ ຄວາມປອດໄພຂອງຜູ້ໂດຍສານ.