ເສດຖະກິດຟີລິບປິນໃນໄຕມາດທີ 1 ຂອງປີນີ້ ເພີ່ມຂຶ້ນ 6,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

2023-05-11 14:42:06 cri

 

    ວັນທີ 11 ພຶດສະພານີ້, ອົງການສະຖະຕິແຫ່ງຊາດຟີລິບປິນເປີດເຜີຍໃຫ້ຮູ້ວ່າ: ເສດຖະກິດຟີລິບປິນໃນໄຕມາດທີ 1 ຂອງປີນີ້ເພີ່ມຂຶ້ນ 6,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ອົງການສະຖະຕິແຫ່ງຊາດຟີລິບປິນແຈ້ງໃຫ້ຮູ້ວ່າ: ຕົວເລກດັ່ງກ່າວແມ່ນຕົວເລກຕ່ຳສຸດໃນຮອບ 7 ໄຕມາດທີ່ຜ່ານມາ.

    ອີງຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ເສດຖະກິດເຕີບໂຕໃນໄຕມາດທີ 1 ຕົ້ນຕໍແມ່ນໄດ້ຮັບຜົນດີຈາກຂະແໜງການຂາຍສົ່ງ-ຂາຍຍ່ອຍ, ການສ້ອມແປງລົດຍົນ, ການປະກັນໄພດ້ານການທະນາຄານ ແລະຂະແໜງການບໍລິການອື່ນໆ. ຂະແໜງການເສດຖະກິດຕົ້ນຕໍຂອງຟີລິບປິນ ເຊັ່ນ:ຂະແໜງການກະສິກຳ-ປ່າໄມ້, ຂະແໜງການປະມົງ, ອຸດສາຫະກຳ ແລະ ຂະແໜງການບໍລິການຕ່າງໄດ້ມີການເຕີບໂຕເຊັ່ນດຽວກັນ.