ກອງປະຊຸມຜູ້ດີເດັ່ນທາງອິນເຕີເນັດຈີນ-ອາຊຽນຄັ້ງທີ 2 ຈະຈັດຂຶ້ນໃນໄວໆນີ້

2023-05-18 14:09:15 CRI


ວັນທີ 17 ພຶດສະພາ 2023 ນີ້, ຄະນະທູດຈີນປະຈຳອາຊຽນແຈ້ງໃຫ້ຮູ້ວ່າ, ກອງປະຊຸມຜູ້ດີເດັ່ນທາງອິນເຕີເນັດຈີນ-ອາຊຽນຄັ້ງທີ 2 ພາຍໃຕ້ຫົວຂໍ້ “ຜ່ານພົ້ນພູດອຍ ແລະ ທະເລ ເຕົ້າໂຮມກັນຢູ່ດິນແດນແຫ່ງຄວາມສຸກ” ຈະຈັດຂຶ້ນຢູ່ນະຄອນຟູໂຈ່ເທດສະບານແຂວງຟູຈ້ຽນຂອງຈີນລະຫວ່າງວັນທີ 18-21 ພຶດສະພານີ້.

 

ກິດຈະກຳຄັ້ງນີ້ມີຈຸດປະສົງເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມຮັບຮູ້ເຊິ່ງກັນແລະກັນລະຫວ່າງຈີນກັບປະເທດສະມາຊິກອາຊຽນ, ວາງສະແດງໝາກຜົນແຫ່ງການຮ່ວມມືທີ່ຕັ້ງໜ້າລະຫວ່າງຈີນກັບປະເທດສະມາຊິກອາຊຽນ, ຮ່ວມກັນເປິກສາຫາລືການແລກປ່ຽນວັດທະນະທຳ ແລະ ການຮ່ວມມືດ້ານເສດຖະກິດການຄ້າ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນໃຫ້ແໜ້ນແຟ້ນກວ່າເກົ່າ.