ເຄືອຂ່າຍສຳຜັດໄຟຟ້າຕາມທົ່ວເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ສົ່ງໄຟຟ້າຢ່າງສຳເລັດຜົນໃນການທົດລອງເທື່ອດຽວ

2023-05-19 10:46:48 cri

ຕາມຂ່າວຈາກບໍລິສັດທາງລົດໄຟສາກົນຈີນຈຳກັດໃຫ້ຮູ້ວ່າ: ເວລາ 22ໂມງ 30 ນາທີຂອງວັນທີ 18 ພຶດສະພານີ້ຕາມເວລາວຽງຈັນ, ສາຍສົ່ງໄຟຟ້າ 27,5 ກິໂລໂວນຂອງສະຖານີຈ່າຍໄຟຟ້າ 4 ແຫ່ງ ຄືສະຖານີຈ່າຍໄຟຟ້າຮາລິມ, ສະຖານີຈ່າຍໄຟຟ້າກາຣາວັງ, ສະຖານີຈ່າຍໄຟຟ້າວາລີນີ ແລະ ສະຖານີຈ່າຍໄຟຟ້າເຕກັນ ລູອາ ຕາມທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ໄດ້ເປີດຈ່າຍໄຟຟ້າຕາມໆກັນ, ໄດ້ສົ່ງໄຟຟ້າຢ່າງສຳເລັດຜົນໃນການທົດລອງເທື່ອດຽວ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ບັນລຸການສົ່ງໄຟຟ້າຕາມເຄືອຂ່າຍສຳຜັດໄຟຟ້ນາໃນທົ່ວສາຍຢ່າງສົມບູນ.


ການສົ່ງໄຟຟ້າເຂົ້າເຄືອຂ່າຍສຳຜັດແມ່ນຜ່ານຈາກສະຖານີຈ່າຍໄຟຟ້າຂອງທາງລົດໄຟໄດ້ແປງໄຟແຮງສູງທີ່ມາຈາກເຄືອຂ່າຍໄຟຟ້າທ້ອງຖິ່ນທີ່ຢູ່ລຽບຕາມທາງລົດໄຟຄວາມໄວສູງ ໃຫ້ເປັນກະແສໄຟຟ້າສະຫຼັບຂະໜາດ 27,5 ກິໂລໂວນ ແລ້ວສົ່ງໄປເຖິງເຄືອຂ່າຍສຳຜັດຢູ່ເທິງເສັ້ນທາງລົດໄຟຄວາມໄວສູງ ເພື່ອສ້າງພະລັງຂັບເຄື່ອນໃຫ້ແກ່ຂະບວນລົດໄຟ. ການສົ່ງໄຟຟ້າເຂົ້າເຄືອຂ່າຍສຳຜັດ ແມ່ນ “ການທົດສອບໃຫຍ່” ສຳລັບເຄືອຂ່າຍສຳຜັດຂອງທາງລົດໄຟທີ່ໃຊ້ໄຟຟ້າ ແລະ ກໍແມ່ນຂັ້ນຕອນສຳຄັນສຸດທ້າຍ ພາຍຫຼັງທົດລອງການແລ່ນລົດຕາມທາງລົດໄຟ.