ວິສາຫະກິດທຶນຕ່າງປະເທດເບິ່ງໃນແງ່ດີຕໍ່ອະນາຄົດການພັດທະນາເສດຖະກິດຂອງຈີນຢ່າງຕໍ່ເນື່ອງ

2023-05-31 10:59:06 CRI

    ວັນທີ 30 ພຶດສະພານີ້, ໃນກອງປະຊຸມຖະແຫຼງຂ່າວປະຈຳເດືອນ, ທ່ານນາງວາງລີນເຈ໋ ໂຄສົກຄະນະກຳມະການຊຸກຍູ້ການຄ້າສາກົນຈີນແນະນຳໃຫ້ຮູ້ວ່າ, ງານເອກສ໌ໂປຣຊຸກຍູ້ຕ່ອງໂສ້ການສະໜອງສາກົນຈີນຄັ້ງທຳອິດຈະຈັດຂຶ້ນຢູ່ສູນວາງສະແດງສາກົນຈີນທີ່ນະຄອນຫຼວງປັກກິ່ງແຕ່ວັນທີ 28 ພະຈິກ ຫາວັນທີ 2 ທັນວາປີນີ້.


    ໃນກອງປະຊຸມຖະແຫຼງຂ່າວ, ຄະນະກຳມະການຊຸກຍູ້ການຄ້າສາກົນຈີນໄດ້ປະກາດ “ບົດລາຍງານສຳຫຼວດສະພາບແວດລ້ອມການຄ້າຂອງທຶນຕ່າງປະເທດຢູ່ຈີນໃນໄຕມາດທີໜຶ່ງປີ 2023” ໂດຍລະບຸວ່າ: ວິສາຫະກິດທຶນຕ່າງປະ
ເທດເບິ່ງໃນແງ່ດີຕໍ່ອະນາຄົດການພັດທະນາເສດຖະກິດຂອງຈີນຢ່າງຕໍ່ເນື່ອງ.


 

    ທ່ານນາງວາງລີນເຈ໋ແນະນຳໃຫ້ຮູ້ຕື່ມວ່າ: ວິສາຫະກິດທຶນຕ່າງປະເທດທີ່ໃຫ້ສຳພາດຫຼາຍກວ່າ 80% ຄາດວ່າອັດຕາຜົນກຳໄລຈາກການລົງທຶນຢູ່ຈີນໃນປີນີ້ຈະເທົາກັນ ຫຼື ເພີ່ມຫຼາຍຂຶ້ນ, ວິສາຫະກິດທີ່ໃຫ້ສຳພາດຫຼາຍກວ່າ 90% ຄາດວ່າ, ຜົນກຳໄລໃນ 5 ປີຂ້າງໜ້າຈະເທົາກັນ ຫຼື ເພີ່ມຫຼາຍຂຶ້ນ.


     ທ່ານນາງວາງລີນເຈ໋ຍັງກ່າວຕື່ມວ່າ: ເບິ່ງຈາກສະພາບທີ່ລະບຸໄວ້ໃນບົດລາຍງານແລ້ວເຫັນວ່າ, ຄຽງຄູ່ກັບສະພາບແວດລ້ອມທາງການຄ້າຂາຍຂອງຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ລະບົບຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງໄດ້ສົມບູນກວ່າເກົ່າ, ການຂ້າມຊາດໄປມາຫາສູ່ກັນສະດວກກວ່າເກົ່າ, ພະລັງຊີວິດດ້ານເສດຖະກິດກໍເລັ່ງລັດເພີ່ມຂຶ້ນ,ວິສາຫະກິດທຶນຕ່າງປະເທດເບິ່ງໃນແງ່ດີຕໍ່ອະນາຄົດການພັດທະນາເສດຖະກິດຂອງຈີນຢ່າງຕໍ່ເນື່ອງ, ແລະມີຄວາມພໍໃຈອ່າວສູງໂດຍລວມຕໍ່ສະພາບແວດລ້ອມທາງການຄ້າຂອງຈີນ.