ທ່ານຊິນກ່າງໄດ້ພົບປະກັບທ່ານມັສ

2023-05-31 16:37:41 cri

 

ວັນທີ 30 ພຶດສະພານີ້, ທ່ານຊິນກ່າງ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານອີລອນ ມັສ CEOຂອງບໍລິສັດເທສລາຢູ່ນະຄອນຫຼວງປັກກິ່ງຈີນ.

 

ທ່ານຊິນກ່າງກ່າວວ່າ: ຈີນສຸມໃສ່ສ້າງສະພາບແວດລ້ອມທາງການຄ້າແບບຕະຫຼາດ, ແບບກົດໝາຍ ແລະແບບສາກົນໃຫ້ວິສາຫະກິດບັນດາປະເທດ. ການພົວພັນຈີນ-ອາເມຣິກາທີ່ປອດໃສ, ໝັ້ນທ່ຽງ ແລະມີລັກສະນະສ້າງສັນຈະບໍ່ພຽງແຕ່ສົ່ງຜົນປະໂຫຍດໃຫ້ສອງປະເທດຈີນ-ອາເມຣິກາເທົ່ານັ້ນ, ແຕ່ຍັງຈະສົ່ງຜົນດີໃຫ້ທົ່ວໂລກຕື່ມອີກ. ການພັດທະນາການພົວພັນລະຫວ່າງຈີນ ແລະອາເມຣິກາໃຫ້ດີຕ້ອງໄປຕາມທິດທາງຖືກຕ້ອງທີ່ເຄົາລົບເຊິ່ງກັນ ແລະກັນ, ຢູ່ຮ່ວມກັນໂດຍສັນຕິ ແລະຮ່ວມມືໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດທີ່ສະເໜີໂດຍທ່ານສີຈິ້ນຜິງ ປະທານປະເທດຈີນ.

 

ທ່ານມັສກ່າວວ່າ: ຜົນປະໂຫຍດຂອງອາເມຣິກາ ແລະຈີນແມ່ນເຊື່ອມຈອດກັນຢ່າງແໜ້ນແຟ້ນ. ບໍລິສັດເທສລາຄັດຄ້ານ “ການຕັດຂາດສາຍພົວພັນ”, ຍິນດີສືບຕໍ່ເປີດກວ້າງວຽກງານຢູ່ຈີນ, ຊົມໃຊ້ໂອກາດການພັດທະນາຂອງຈີນຮ່ວມກັນ.