ສັນຍາ RCEP ເລີ່ມມີຜົນບັງຄັບໃຊ້ຢູ່ຟີລິບປິນ

2023-06-02 13:26:31 cri

 

 

    ວັນທີ 2 ມິຖຸນານີ້, ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP ເລີ່ມມີຜົນບັງຄັບໃຊ້ຢູ່ປະເທດຟີລິບປິນຢ່າງເປັນທາງການ. ມາຮອດປັດຈຸບັນນີ້,  ສະມາຊິກທັງໝົດ 15 ປະເທດຂອງ RCEP ໄດ້ສຳເລັດຂັ້ນຕອນການໃຫ້ສັດຕະຍາບັນ ແລະ ເລີ່ມຫຼຸດ ຫຼື ປອດພາສີເຊິ່ງກັນ ແລະ ກັນແລ້ວ.

    ສິ່ງນີ້ເປັນຂີດໝາຍສະແດງໃຫ້ເຫັນເຖິງເຂດການຄ້າເສລີທີ່ມີປະຊາກອນຫຼາຍທີ່ສຸດ, ຂະໜາດເສດຖະກິດການຄ້າໃຫຍ່ທີ່ສຸດ ແລະ ມີກຳລັງບົ່ມຊ້ອນການພັດທະນາຫຼາຍທີ່ສຸດຢູ່ໃນໂລກ ໄດ້ເຂົ້າສູ່ໄລຍະໃໝ່ທີ່ຈັດຕັ້ງປະຕິບັດຢ່າງຮອບດ້ານ.

    ສຳລັບຂົງເຂດການບໍລິການ ແລະ ການລົງທຶນ, ຟີລິບປິນສັນຍາວ່າຈະເປີດປະຕູຕະຫຼາດຂອງພາກສ່ວນການບໍລິການຫຼາຍກວ່າ 100 ແຫ່ງ.

    ສິ່ງສຳຄັນທີ່ສຸດຄື: ມີຜົນບັງຄັບໃຊ້ຢູ່ 15 ປະເທດທີ່ໄດ້ໃຫ້ສັດຕະຍາບັນແລ້ວຢ່າງຮອບດ້ານ, ຈະເຮັດໃຫ້ 15 ປະເທດຈັດຕັ້ງປະຕິບັດຕາມຄຳໝັ້ນສັນຍາເປີດປະຕູໃນຂົງເຂດຕ່າງໆ, ເຊັ່ນ: ສິນຄ້າທີ່ຈັບຕ້ອງໄດ້, ການບໍລິການ, ການລົງທຶນ ແລະ ອື່ນໆ, ຊຸກຍູ້ປັດໄຈການຜະລິດຕ່າງໆ ເຊັ່ນ: ວັດຖຸດິບ, ຜະລິດຕະພັນ, ເຕັກນິກ, ບຸຄະລາກອນ, ເງິນທຶນ, ຂໍ້ມູນຂ່າວສານ, ຖານຂໍ້ມູນ ແລະ ອື່ນໆ ໄປມາຫາສູ່ກັນຢູ່ພາກພື້ນໄດ້ຢ່າງເສລີ.