ໄທ: RCEPເຮັດໃຫ້ປະເທດສະມາຊິກໄດ້ຮັບຜົນປະໂຫຍດ

2023-06-03 16:37:13 cri


   ວັນທີ2ມິຖຸນານີ້, ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ມີຜົນບັງຄັບໃຊ້ຢູ່ຟິລິບປິນຢ່າງເປັນທາງການ,ຊຶ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ RCEP ເລີ່ມມີຜົນບັງຄັບໃຊ້ຢູ່15ປະເທດພາຄີຢ່າງຮອບດ້ານ.


  ເຈົ້າໜ້າທີ່ກະຊວງການຄ້າໄທກ່າວວ່າ: RCEP ມີຜົນບັງຄັບໃຊ້ຢ່າງຮອບດ້ານ ບໍ່ພຽງແຕ່ມີບົດບາດໃນການຊູກຍູ້ການຄ້າລະຫວ່າງໄທກັບສະມາຊິກອື່ນໆເທົ່ານັ້ນ,ຍັງເຮັດໃຫ້ທຸກປະເທດສະມາຊິກRCEP ລ້ວນແຕ່ໄດ້ຮັບຜົນປະໂຫຍດ. ເອົາໄທເປັນຕົວຢ່າງ,ໄທສາມາດນຳເຂົ້າອາໄຫຼ່ລົດຍົນຈາກບັນດາປະເທດສະມາຊິກRCEP,ເພື່ອເອົາອາໄຫຼ່ເຫຼົ່ານີ້ປະກອບເປັນລົດໃຫຍ່ຢູ່ໄທກ່ອນ,ແລ້ວສົ່ງໄປຂາຍຢູ່ປະເທດສະມາຊິກRCEP. ຂະບວນການນີ້ເຮັດໃຫ້ປະເທດສະມາຊິກທີ່ກ່ຽວຂ້ອງຂອງRCEPໄດ້ຮັບຜົນປະໂຫຍດ,ບັນດາປະເທດສະມາຊິກສາມາດດຳເນີນການຄ້າຂາເຂົ້າຂາອອກຫຼາຍກວ່າເກົ່າ.


   ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ: ໃນການຄ້າສາກົນ,ຈີນແມ່ນປະເທດໃຫຍ່ທີ່ເສີມຂະຫຍາຍບົດບາດສຳຄັນ,ທັງໄດ້ມີບົດບາດສຳຄັນທີ່ສຸດໃນຂະບວນການເປິກສາຫາລືRCEP.