ກອງປະຊຸມສົນທະນາຊັງຣີລາສືບຕໍ່ດຳເນີນໄປຢູ່ສິງກະໂປ

2023-06-04 15:31:05 cri

ວັນທີ 3 ມິຖຸນານີ້, ກອງປະຊຸມສົນທະນາຊັງຣີລາຄັ້ງທີ 20 ທີ່ດຳເນີນເປັນເວລາ 3 ວັນໄດ້ສືບຕໍ່ຈັດຂຶ້ນຢູ່ສິງກະໂປ ໂດຍມີຜູ້ແທນເກືອບ 600 ຄົນຈາກອົງການປ້ອງກັນປະເທດ ແລະ ຄວາມໝັ້ນຄົງຂອງ 40 ກວ່າປະເທດ ແລະ ເຂດແຄວ້ນໄດ້ເປິກສາຫາລືກັນຢ່າງຕໍ່ເນື່ອງກ່ຽວກັບຫົວຂໍ້ຄວາມໝັ້ນຄົງຂອງພາກພື້ນ. ກອງປະຊຸມຄັ້ງນີ້ຈະສິ້ນສຸດລົງໃນຕອນບ່າຍວັນທີ 4 ມິຖຸນານີ້.


ວັນທີ 4 ມິຖຸນານີ້, ທ່ານຫຼີຊາງຝູ ທີ່ເປິກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປ ຈີນຈະກ່າວປາຖະກະຖາພາຍໃຕ້ຫົວຂໍ້ “ຂໍ້ລິເລີ່ມຂອງຈີນວ່າດ້ວຍຄວາມໝັ້ນຄົງໃໝ່” ໃນກອງປະຊຸມ. ໂດຍປະເຊີນໜ້າກັບສະຖານະການຄວາມໝັ້ນຄົງທົ່ວໂລກ ທີ່ມີສິ່ງທ້າທາຍຕ່າງໆນານາ, ຈີນຈະອະທິບາຍທັດສະນະຄວາມໝັ້ນຄົງຂອງຕົນຕໍ່ພາຍນອກແນວໃດ, ແຜນການຈີນຈະເປັນຄືແນວໃດ ແລະ ຈະມີຄຳເຫັນເປັນຄືແນວໃດ, ນີ້ເປັນເນື້ອໃນທີ່ສຳຄັນທີ່ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມສົນໃຈນຳເປັນຢ່າງຍິ່ງ.