ຢູ່ເຂດທະເລແຂວງມາລູຄູຂອງອິນໂດເນເຊຍເກີດແຜ່ນດິນໄຫວຄວາມແຮງ 6,0 ລິກເຕີ

2023-06-05 15:34:17 CRI

ໃນວັນທີ 4 ມິຖຸນານີ້,  ຢູ່ເຂດທະເລແຂວງມາລູຄູຂອງອິນໂດເນເຊຍໄດ້ເກີດແຜ່ນດິນໄຫວຄວາມແຮງ 6.0 ລິກເຕີ, ປັດຈຸບັນນີ້ຍັງບໍ່ທັນໄດ້ຮັບການລາຍງານກ່ຽວກັບຜູ້ໄດ້ຮັບບາດເຈັບ, ເສຍຊີວິດແລະຄວາມເສຍຫາຍດ້ານຊັບສິນເທື່ອ.

 

ຕາມຂ່າວຈາກເວັບໄຊກົມອຸຕຸນິຍົມ, ດິນຟ້າອາກາດແລະຟີຊິກໜ່ວຍໂລກຂອງອິນໂດເນເຊຍໃຫ້ຮູ້ວ່າ: ແຜ່ນດິນໄຫວຄັ້ງນີ້ເກີດຂຶ້ນໃນເວລາ 7 ໂມງ 25 ນາທີຕາມເວລານະຄອນຫຼວງວຽງຈັນ, ໃຈກາງແຮງສັ່ນສະເທືອນຢູ່ເຂດທະເລທາງພາກຕາເວັນອອກສຽງເໜືອຂອງຕາແສງມາລູຄູຂຶ້ນກັບພາກຕາເວັນຕົກສຽງໃຕ້ຂອງແຂວງມາລູຄູ, ຫ່າງຈາກນະຄອນຫຼວງຈາກາຕາປະມານ 2600 ກິໂລແມັດ, ຄວາມເລິກຂອງແຮງສັ່ນສະເທືອນແມ່ນ 153 ກິໂລແມັດ.

 

ກົມອຸຕຸນິຍົມ, ດິນຟ້າອາກາດແລະຟີຊິກໜ່ວຍໂລກຂອງອິນໂດເນເຊຍໄດ້ວັດແທກຢູ່ເກາະແລະຕາແສງທີ່ຢູ່ໃກ້ກັບໃຈກາງແຮງສັ່ນສະເທືອນມີຄວາມຮູ້ສຶກໄດ້ໜ້ອຍໜຶ່ງ. ແຕ່ວ່າກົມດັ່ງກ່າວບໍ່ໄດ້ປະກາດການເຕືອນໄພຄື້ນຊຶນາມິກ່ຽວກັບແຜ່ນດິນໄຫວຄັ້ງນີ້,ແຕ່ໄດ້ເຕືອນວ່າຢູ່ບໍລິເວນໃຈກາງແຮງສັ່ນສະເທືອນອາດຈະເກີດແຮງສັ່ນສະເທືອນຕາມມາພາຍຫຼັງ,ແລະໄດ້ເຕືອນໃຫ້ປະຊາຊົນມີສະຕິລະວັງຕົວ.