ຜູ້ແທນ 6 ປະເທດຈີນ, ລາວ, ກຳປູເຈຍ, ມຽນມາ, ໄທແລະຫວຽດນາມ ເຂົ້າຮ່ວມການອົບຮົມແລະການແລກປ່ຽນຂອງໂຄງການ “ເຮືອສັນຕິພາບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”

2023-06-06 14:35:27 cri


ລະຫວ່າງວັນທີ 3 ຫາ 9 ມິຖຸນານີ້, ໂຄງການອົບຮົມ “ເຮືອສັນຕິພາບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ, ເຈົ້າໜ້າທີ່ລັດຖະບານ, ນັກວິຊາການ,  ສື່ມວນຊົນ ປະມານ 40 ຄົນທີ່ມາຈາກຈີນ, ລາວ, ກຳປູເຈຍ, ມຽນມາ, ໄທແລະຫວຽດນາມ ໄດ້ເຂົ້າຮ່ວມການອົບຮົມແລະການແລກປ່ຽນຂອງໂຄງການດັ່ງກ່າວ.


ໂຄງການອົບຮົມດັ່ງກ່າວຈັດຂຶ້ນໂດຍ ສະຖາບັນຄົ້ນຄວ້າວິໄສທັດອາຊີກຳປູເຈຍ ຫຼື AVI, ມີຈຸດປະສົງເພື່ອເສີມຂະຫຍາຍບົດບາດສຳຄັນຂອງຊາວໜຸ່ມໃນດ້ານການຊຸກຍູ້ສັນຕິພາບ, ການພັດທະນາແບບຍືນຍົງແລະອື່ນໆ, ເພື່ອສ້າງສາຍພົວພັນທີ່ແໜ້ນແຟ້ນກວ່າເກົ່າລະຫວ່າງບັນດາປະເທດລ່ອງແມ່ນ້ຳຂອງ.


ວັນທີ 3 ມິຖຸນານີ້, ທ່ານຊາງຈ້ຽນ, ທີ່ເປິກສາຂັ້ນອັກຄະລັດຖະທູດ ຂອງສະຖານທູດຈີນປະຈຳກຳປູເຈຍ, ທ່ານຊັອກຊີພັນນາ, ທີ່ເປິກສາລັດຖະບານກຳປູເຈຍ, ປະທານສະຖາບັນຄົ້ນຄວ້າວິໄສທັດອາຊີ, ກັບທ່ານຊັອກໂຊກັນ ເລຂາທິການກະຊວງການຕ່າງປະເທດແລະການຮ່ວມມືສາກົນກຳປູເຈຍ ໄດ້ຮ່ວມກັນເຂົ້າຮ່ວມພິທີເປີດໂຄງການດັ່ງກ່າວ.