ໃນຮອບ 1 ປີເຄິ່ງພາຍຫຼັງລົດໄຟຈີນ-ລາວເປີດນຳໃຊ້: ໄດ້ຂົນສົ່ງຜູ້ໂດຍສານ 16.400.000 ເທື່ອຄົນແລະສິນຄ້າ21.000.000 ໂຕນ.

2023-06-06 16:01:29 CRI

 

ນັກຂ່າວໄດ້ຮັບຊາບຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນໝິງໃນວັນທີ 5 ມິຖຸນານີ້ວ່າ: ນັບມາຮອດວັນທີ 3ມິຖຸນານີ້ລົດໄຟຈີນ-ລາວໄດ້ເປີດນຳໃຊ້ຄົບຮອບ 1 ປີເຄິ່ງແລ້ວ, ເຊິ່ງສະແດງໃຫ້ເຫັນເຖິງທ່ວງທ່າທີ່ມີຄວາມກ້າວໜ້າໃນດ້ານການຂົນສົ່ງຜູ້ໂດຍສານແລະສິນຄ້າ, ໄດ້ຂົນສົ່ງຜູ້ໂດຍສານ 16.400.000 ເທື່ອຄົນແລະສິນຄ້າ 21.000.000 ໂຕນໂດຍລວມ.

 

ລົດໄຟຈີນລາວໄດ້ເປີດນຳໃຊ້ນັບແຕ່ວັນທີ 3 ທັນວາປີ 2021 ເປັນຕົ້ນມາ, ການຂົນສົ່ງຜູ້ໂດຍສານແລະສິນຄ້າໄດ້ເຕີບໂຕຢ່າງຕໍ່ເນື່ອງ, ຄຸນນະພາບດ້ານການບໍລິການໄດ້ຮັບການຍົກສູງຂຶ້ນຢ່າງເດັ່ນຊັດ, ເຊິ່ງໄດ້ປະກອບສ້າງທາງຜ່່ານໃຫຍ່ດ້ານການຈໍລະຈອນສິນຄ້າສາກົນທີ່ມີຄວາມສະດວກລະຫວ່າງອາຊຽນ-ຈີນ.

 

ໃນຮອບ 1 ເດືອນປາຍນັບແຕ່ລົດໄຟຂົນສົ່ງຜູ້ໂດຍສານສາກົນຂອງລົດໄຟຈີນລາວໄດ້ເປີດນຳໃຊ້ເມື່ອວັນທີ 13 ເມສາປີນີ້ເປັນຕົ້ນມາ, ທັງໝົດໄດ້ຂົນສົ່ງຜູ້ໂດຍສານເຂົ້າແລະອອກຊາຍແດນທີ່ມາຈາກ 28 ປະເທດຫຼາຍກວ່າ 20.000 ເທື່ອຄົນ.