ການນຳຂັ້ນສູງຂອງອິນໂດເນເຊຍ, ສິງກະໂປແລະຫຼາຍປະເທດບໍ່ເລືອກເຂົ້າຂ້າງຝ່າຍຈີນຫຼືຝ່າຍອາເມຣິກາ

2023-06-06 15:01:55 cri


ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 5 ມິຖຸນານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນເວລາຕອບຄຳຖາມທີ່ກ່ຽວຂ້ອງວ່າ, ບາງປະເທດມີເຈຕະນາຢາກກໍ່ “ສົງຄາມເຢັນໃໝ່” ຢູ່ອາຊີ, ບັງຄັບໃຫ້ປະເທດຕ່າງໆເລືອກເຂົ້າຂ້າງຝ່າຍຕົນ, ຕໍ່ກັບເລື່ອງນີ້ໄດ້ເຮັດໃຫ້ປະເທດໃນພາກພື້ນມີສະຕິລະວັງຕົວໂດຍທົ່ວໄປແລະຄັດຄ້ານຢ່າງເດັດດ່ຽວ. ການຍຶດໝັ້ນມີສິດເປັນເຈົ້າຕົນເອງດ້ານຍຸດທະສາດ, ຮັກສາຄວາມໝັ້ນຄົງແລະການພັດທະນາຂອງພາກພື້ນນີ້ ແມ່ນສຽງຈາກໃຈຮ່ວມກັນຂອງບັນດາປະເທດໃນອາຊີ.


ຂ່າວແຈ້ງໃຫ້ຮູ້ວ່າ, ໃນໄລຍະຈັດກອງປະຊຸມສົນທະນາແຊງກຣິລາຢູ່ສິງກະໂປເມື່ອບໍ່ດົນມານີ້, ການນຳຂັ້ນສູງຂອງອິນໂດເນເຊຍ, ສິງກະໂປແລະຫຼາຍປະເທດກ່າວວ່າ: ບໍ່ຢາກເຫັນ “ສົງຄາມເຢັນໃໝ່”, ບໍ່ຢາກຖືກບັງຄັບໃຫ້ເລືອກເຂົ້າຂ້າງຝ່າຍຈີນຫຼືຝ່າຍອາເມຣິກາ. ທ່ານວ່າງເວີນປິ່ນໄດ້ໃຫ້ທັດສະນະດັ່ງກ່າວໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ. ທ່ານກ່າວວ່າ: ມີບາງປະເທດ, ກ່າວເຖິງອິດສະຫຼະພາບແລະການເປີດປະຕູພຽງແຕ່ລົມປາກ, ກ່າວວ່າຈະຮັກສາສັນຕິພາບແລະຄວາມຈະເລີນຂອງພາກພື້ນນີ້, ແຕ່ຄວາມຈິງແລ້ວ, ຊ້ຳພັດສ້າງກຸ່ມການທະຫານປະເພດຕ່າງໆຢ່າງບໍ່ຢຸດຢັ້ງ, ຍັງມີເຈຕະນາຢາກໃຫ້ກຸ່ມນາໂຕແຜ່ຂະຫຍາຍອິດທິພົນໄປທາງພາກຕາເວັນອອກເຂົ້າຮອດອາຊີປາຊິຟິກ. ຕໍ່ກັບເລື່ອງນີ້, ປະເທດສ່ວນຫຼາຍໃນພາກພື້ນນີ້ມີທ່າທີທີ່ຊັດເຈນທີ່ສຸດ. ຈີນຍິນດີຮ່ວມກັບຄູ່ຮ່ວມມືໃນພາກພື້ນນີ້ ລວມທັງປະເທດສະມາຊິກອາຊຽນ, ສ້າງທະວີບອາຊີໃຫ້ເປັນເສົາຄ້ຳຂອງສັນຕິພາບ, ເປັນບ່ອນມີຊີວິດຊີວາດ້ານການພັດທະນາແລະດິນແດນແຫ່ງການຮ່ວມມື.