ຈັດກອງປະຊຸມເວທີເປິກສາຫາລືການຮ່ວມມືລະຫວ່າງສື່ມວນຊົນ “ຄູ່ຮ່ວມອາຊຽນ” ປີ 2023 ຢູ່ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ

2023-06-06 21:36:35 cri

    ວັນທີ 6 ມິຖຸນານີ້, ກອງປະຊຸມເວທີເປິກສາຫາລືການຮ່ວມມືລະຫວ່າງສື່ມວນຊົນ “ຄູ່ຮ່ວມອາຊຽນ” ປີ 2023 ທີ່ວິທະຍຸໂທລະພາບສູນກາງຈີນຫຼື CMG ຮ່ວມກັບອົງການປົກຄອງປະຊາຊົນເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີເປັນເຈົ້າພາບ ໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ.

    ທ່ານ ວິສະນຸ ເຄືອງາມ ຮອງນາຍົກລັດຖະມົນຕີໄທ, ທ່ານ ຂຽວ ກັນຮາຣິດ ລັດຖະມົນຕີກະຊວງຖະແຫຼງຂ່າວຂອງກຳປູເຈຍໄດ້ກ່າວຄຳປາໄສຜ່ານທາງວິດີໂອ. ທ່ານເສີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ,ຜູ້ອຳນວຍການວິທະຍຸໂທລະພາບສູນກາງຈີນຫຼື CMG; ທ່ານ ລີວນິງ ເລຂາຄະນະພັກເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ,ຫົວໜ້າຄະນະກຳມະການປະຈຳສະພາປະຊາຊົນເຂດກວາງຊີໄດ້ເຂົ້າຮ່ວມແລະກ່າວຄຳປາໄສໃນກອງປະຊຸມ. ມີສື່ມວນຊົນ,ຜູ້ຕາງໜ້າອົງການຈັດຕັ້ງສາກົນ,ນັກວິຊາການແລະຜູ້ຊ່ຽວຊານທີ່ມາຈາກຈີນແລະບັນດາປະເທດສະມາຊິກອາຊຽນທັງໝົດ 200 ກວ່າທ່ານໄດ້ເຂົ້າຮ່ວມໂດຍຜ່ານທາງອອນລາຍແລະອັອຟລາຍ, ເຊິ່ງໄດ້ລົງເລິກແລກປ່ຽນແລະເປິກສາຫາລືປິ່ນອ້ອມຫົວຂໍ້ “ການປະດິດສ້າງໃໝ່,ຮ່ວມມືກັນ,ອະນາຄົດ”, ເພື່ອປະກອບສ່ວນດ້ານເຫື່ອແຮງແລະສະຕິປັນຍາເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ຍິ່ງມີຄວາມແໜ້ນແຟ້ນຫຼາຍຂຶ້ນກວ່າເກົ່າ.    



     ໃນພິທີໄຂເວທີເປິກສາຫາລືຄັ້ງນີ້ໄດ້ຈັດພິທີອອກເດີນທາງຂອງຄະນະສື່ມວນຊົນ “ຄູ່ຮ່ວມອາຊຽນ”ເບິ່ງຄວາມທັນສະໄໝແບບຈີນ. ນັກຂ່າວ 30 ກວ່າຄົນຂອງສຳນັກງານສື່ມວນຊົນທີ່ສຳຄັນ 18 ແຫ່ງຈາກ 8 ປະເທດສະມາຊິກອາຊຽນຈະຮ່ວມກັບນັກຂ່າວ CMG ແລະນັກຂ່າວເຂດກວາງຊີເດີນທາງໄປສຳພາດແບບສຳຜັດຕົວຈິງຢູ່ນະຄອນກຸ້ຍລິນ,ນະຄອນຫຼີວໂຈ່ວ,ນະຄອນຊິ່ນໂຈ່ວ,ນະຄອນເປີຍໄຫແລະຕົວເມືອງແຫ່ງອື່ນ.

    ກອງປະຊຸມຄັ້ງນີ້ຍັງໄດ້ເປີດເຜີຍໝາກຜົນການຮ່ວມມືຕ່າງໆຫຼ້າສຸດລະຫວ່າງ CMG ,ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີກັບສື່ມວນຊົນຂອງບັນດາປະເທດສະມາຊິກອາຊຽນ. ຫ້ອງຖ່າຍທອດປັນຍາປະດິດຂອງສູນສື່ມວນຊົນຈີນ-ອາຊຽນໄດ້ເລີ່ມນຳໃຊ້ຢ່າງເປັນທາງການ. CMG ຈະເພີ່ມພະລັງແຮງເຂົ້າໃນການຜະລິດຂອງສັບພະສື່ໂດຍຜ່ານການນຳໃຊ້ເຕັກນິກທີ່ກ້າວໜ້າເພື່ອເປີດກວ້າງຊ່ອງທາງທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ການແລກປ່ຽນແລະການຮ່ວມມືລະຫວ່າງສື່ມວນຊົນຈີນແລະບັນດາປະເທດສະມາຊິກອາຊຽນ.



   ຫ້ອງສະເພາະອາຊຽນຂອງ “ຢຸນຖິ່ງ”ທີ່ເປັນເວທີສື່ໃໝ່ຂອງ CMG ໄດ້ເລີ່ມໃຫ້ບໍລິການເພື່ອໂຄສະນາເຜີຍແຜ່ສຽງແຫ່ງການແລກປ່ຽນທີ່ມີໄມຕີຈິດມິດຕະພາບລະຫວ່າງຈີນກັບບັນດາປະເທດສະມາຊິກອາຊຽນ.