ການມີຜົນບັງຄັບໃຊ້ຢ່າງຮອບດ້ານຂອງ RCEP ສ້າງພະລັງຂັບເຄື່ອນອັນເຂັ້ມແຂງໃຫ້ແກ່ການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນ

2023-06-06 15:53:15 cri

ຄຽງຄູ່ກັບສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ເລີ່ມມີຜົນບັງຄັບໃຊ້ຕໍ່ຟິລິບປິນໃນວັນທີ 2 ມິຖຸນານີ້, 15 ປະເທດສະມາຊິກຂອງ RCEP ໄດ້ສຳເລັດຂັ້ນຕອນເລີ່ມມີຜົນບັງຄັບໃຊ້ທັງໝົດ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ເຂດການຄ້າເສລີທີ່ກວມເອົາປະຊາກອນຫຼາຍທີ່ສຸດ, ມີຂະໜາດເສດຖະກິດການຄ້າໃຫຍ່ທີ່ສຸດ ແລະມີຄວາມສາມາດບົ່ມຊ້ອນການພັດທະນາຫຼາຍທີ່ສຸດໃນໂລກ ໄດ້ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການປະຕິບັດຢ່າງຮອບດ້ານ. ບຸກຄົນວົງການດັ່ງກ່າວມີຄວາມເຫັນໂດຍທົ່ວໄປວ່າ: ການມີຜົນບັງຄັບໃຊ້ຢ່າງຮອບດ້ານຂອງ RCEP ຈະຊຸກຍູ້ໃຫ້ປະເທດສະມາຊິກຊຸກຍູ້ການຄ້າ ແລະການລົງທຶນເຊິ່ງກັນແລະກັນ ແລະສ້າງພະລັງເຂັ້ມແຂງໃຫ້ແກ່ການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນ.

ປັດຈຸບັນ, ສະຖານະການສາກົນບໍ່ໝັ້ນຄົງ, ສະພາບແວດລ້ອມດ້ານການເງິນສາກົນສືບຕໍ່ມີຄວາມປັ່ນປ່ວນ, ສະແສຝືນໂລກາວິວັດ ແລະລັດທິປົກປ້ອງການຄ້າເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ການພັດທະນາຂອງເສດຖະກິດໂລກຍັງປະເຊີນໜ້າກັບຄວາມແນ່ນອນຢ່າງຫຼວງຫຼາຍ. ການມີຜົນບັງຄັບໃຊ້ຢ່າງຮອບດ້ານຂອງ RCEP ຈະຮັດແໜ້ນມານະຈິດ ແລະຄວາມຕັດສິນໃຈຂອງບັນດາປະເທດສະມາຊິກໃນການຮ່ວມກັນສ້າງລະບົບການຄ້າຫຼາຍຝ່າຍ ເຊິ່ງບໍ່ພຽງແຕ່ສາມາດເປີດກວ້າງ ແລະລົງເລິກການຮ່ວມມືພາກພື້ນອາຊີຕາເວັນອອກເທົ່ານັ້ນ, ຍັງຈະກາຍເປັນພະລັງຊຸກດັນອັນສຳຄັນໃນການຊຸກຍູ້ການພັດທະນາອັນຍາວໄກຂອງເສດຖະກິດໂລກ.

ນັບແຕ່ RCEP ເລີ່ມມີຜົນບັງຄັບໃຊ້ຢ່າງເປັນທາງການເປັນເວລາຫຼາຍກວ່າ 1 ປີມານີ້, ສັນຍາດັ່ງກ່າວໄດ້ສ້າງຜົນປະໂຫຍດໃຫ້ກັບການເຕີບໂຕຂອງການຄ້າການລົງທຶນ ແລະການຟື້ນຟູເສດຖະກິດໃນພາກພື້ນຢ່າງບໍ່ຢຸດຢັ້ງ, ພາກພື້ນອາຊີຕາເວັນອອກໄດ້ສືບຕໍ່ກາຍເປັນເຂດແຄວ້ນທີ່ພົ້ນເດັ່ນດ້ານການລົງທຶນໃນໂລກ. ໃນປີ 2022, ຈີນໄດ້ສົ່ງອອກຜະລິດຕະພັນ 8.700 ຕື້ຢວນຕໍ່ປະເທດສະມາຊິກອື່ນໆຂອງ RCEP ເຊິ່ງໄດ້ເພີ່ມຂຶ້ນ 8,5%. ອີງຕາມການຄາດຄະເນຂອງສະຖາບັນຄົນຄວ້າເສດຖະກິດສາກົນປີເຕີຊັນ ຫຼື PIIE ສະແດງໃຫ້ເຫັນວ່າ: ເມື່ອຮອດປີ 2030, RCEP ຈະຊຸກຍູ້ GDP ທົ່ວໂລກເພີ່ມຂຶ້ນ 186 ຕື້ໂດລາສະຫະລັດໃນແຕ່ລະປີ; ເມື່ອຮອດປິ 2035, RCEP ຈະຊຸກຍູ້ອັດຕາການເຕີບໂຕຂອງ GDP ອາຊຽນເພີ່ມຂຶ້ນ 4,47%.

ພາຍຫຼັງ RCEP ມີຜົນບັງຄັບໃຊ້ຢ່າງຮອບດ້ານແລ້ວ, ໃນທີ່ສຸດ 90% ຂຶ້ນໄປຂອງການຄ້າສິນຄ້າປະເພດຈັບຕ້ອງໄດ້ພາຍໃນພາກພື້ນຈະບັນລຸການປອດພາສີ ແລະພາກພື້ນດັ່ງກ່າວຈະກາຍເປັນເຂດການຄ້າເສລີທີ່ມີປະຊາກອນຫຼາຍທີ່ສຸດ ແລະມີຂະໜາດເສດຖະກິດການຄ້າໃຫຍ່ທີ່ສຸດໃນໂລກ. 15 ປະເທດສະມາຊິກໃຫ້ຄຳໝັ້ນສັນຍາເປິດປະຕູຕະຫຼາດສິນຄ້າປະເພດຈັບຕ້ອງໄດ້, ຕະຫຼາດການບໍລິການ ແລະຕະຫຼາດການລົງທຶນເຊິ່ງກັນແລະກັນ, ບວກກັບການປະຕິບັດກະຕິກາທີ່ມີລະດັບສູງໃນຂົງເຂດຕ່າງໆ ເຊິ່ງຈະຊຸກຍູ້ການສັນຈອນຂອງປັດໄຈການຜະລິດຕ່າງໆຢ່າງເສລີພາຍໃນພາກພື້ນ ເຊັ່ນ: ວັດຖຸດິບ, ຜະລິດຕະພັນ, ເຕັກໂນໂລຊີ, ຜູ້ມີຄວາມຮູ້ຄວາມສາມາດ, ທຶນຮອນ, ຂໍ້ມູນຂ່າວສານ ແລະອື່ນໆ, ຊຸກຍູ້ສ້າງໃຫ້ເປັນຕະຫຼາດໃຫຍ່ທີ່ເຊື່ອມໂຍງເຂົ້າກັນຂອງພາກພື້ນທີ່ມີຄວາມຈະເລີນຮຸ່ງເຮືອງຫຼາຍກວ່າເກົ່າເປັນກ້າວໆ ແລະຊຸກຍູ້ການເປີດປະຕູ ແລະການຮ່ວມມືລະຫວ່າງປະເທດສະມາຊິກທີ່ມີຂອບເຂດໃຫຍ່ກວ່າເກົ່າ, ມີລະດັບສູງກວ່າເກົ່າ ແລະມີຄວາມເລິກຫຼາຍກວ່າເກົ່າ.

ໃນຖານະເປັນປະເທດສະມາຊິກໃຫຍ່ທີ່ສຸດຂອງ RCEP , ຈີນເປັນຜູ້ປົກປ້ອງລະບົບການຄ້າເສລີ ແລະເປັນຜູ້ຊຸກຍູ້ RCEP ຢ່າງຕັ້ງໜ້າມາໂດຍຕະຫຼອດ. ຕາມສະຖິຕິ, ໃນປີ 2022, ມູນຄ່າການນຳເຂົ້າ-ສົ່ງອອກລະຫວ່າງຈີນກັບປະເທດສະມາຊິກອື່ນໆຂອງ RCEP ໄດ້ບັນລຸເຖິງ 12.950 ຕື້ໂດລາສະຫະລັດ ເຊິ່ງໄດ້ເພີ່ມຂຶ້ນ 7,5% ແລະກວມເອົາ 30,8% ຂອງມູນຄ່າການຄ້ານຳເຂົ້າ-ສົ່ງອອກຂອງຈີນ.

ການມີຜົນບັງຄັບໃຊ້ຢ່າງຮອບດ້ານຂອງ RCEP ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈ ແລະການເຄື່ອນໄຫວຂອງ 15 ປະເທດໃນການສະໜັບສະໜູນລະບົບການຄ້າຫຼາຍຝ່າຍທີ່ເປີດກວ້າງ, ເສລີ, ສະເໝີພາບ, ກວມລວມ ແລະຖືກະຕິກາເປັນພື້ນຖານ, ຈະສ້າງພະລັງຂັບເຄື່ອນອັນເຂັ້ມແຂງໃຫ້ແກ່ການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນ ແລະຍົກສູງລະດັບຄວາມເສລີ ແລະຄວາມສະດວກຂອງການຄ້າການລົງທຶນຢູ່ອາຊີຕາເວັນອອກ.