ໄຂກອງປະຊຸມສຳມະນາສາກົນ “ການຄົ້ນຄວ້າກ່ຽວກັບບົດຮຽນການພັດທະນາສັງຄົມນິຍົມຈີນ-ຫວຽດນາມແລະຜົນສະທ້ອນຕໍ່ທົ່ວໂລກ” ຢູ່ນະຄອນຫຼວງຮ່າໂນ້ຍ

2023-06-07 15:18:06 CRI

ຕາມຂ່າວCRI: ວັນທີ 6 ມິຖຸນານີ້, ກອງປະຊຸມສຳມະນາສາກົນ “ການຄົ້ນຄວ້າກ່ຽວກັບບົດຮຽນການພັດທະນາສັງຄົມນິຍົມຈີນ-ຫວຽດນາມແລະຜົນສະທ້ອນຕໍ່ທົ່ວໂລກ” ທີ່ຈະດຳເນີນໄປເປັນເວລາ 2 ວັນໄດ້ໄຂຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ, ຜູ້ຊ່ຽວຊານທີ່ເຂົ້າຮ່ວມກອງປະຊຸມໄດ້ດຳເນີນການຄົ້ນຄວ້າເປິກສາຫາລືດ້ານວິຊາການກ່ຽວກັບບົດຮຽນອັນສຳຄັນຂອງການປົກຄອງບໍລິຫານປະເທດດ້ານການເມືອງຂອງພັກຄອມມູນິດຈີນແລະຄວາມໝາຍບົດຮຽນທີ່ຖອດຖອນໄດ້, ບົດຮຽນອັນສຳຄັນໃນການສ້າງສາສັງຄົມນິຍົມຂອງຫວຽດນາມແລະອື່ນໆ.

 

ທ່ານເຜີງຊື້ຖວນ, ທີ່ເປິກສາສະຖານທູດຈີນປະຈຳຫວຽດນາມກ່າວຄຳປາໄສວ່າ:ຈີນແລະຫວຽດນາມລ້ວນແຕ່ນຳພາໂດຍພັັກຄອມມູນິດ, ລ້ວນແຕ່ເດີນຕາມເສັ້ນທາງສັງຄົມນິຍົມ. ມຸ່ງໜ້າໄປສູ່ອະນາຄົດ, ສອງພັກສອງລັດຕ້ອງຍຶດໝັ້ນຖືທິດທາງກ້າວເດີນໄປຂ້າງໜ້າຕາມສັງຄົມນິຍົມ, ຮ່ວມກັນຊຸກຍູ້ໃຫ້ສັງຄົມນິຍົມໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.