ນັກວິຊາການດ້ານການເມືອງ ແລະການຄ້າກຳປູເຈຍກ່າວວ່າ: RCEPໄດ້ສະໜອງໂອກາດອັນໃຫຍ່ຫຼວງໃຫ້ແກ່ການພັດທະນາຂອງກຳປູເຈຍ

2023-06-08 16:12:55 cri

 

ເມື່ອບໍ່ດົນມານີ້, “ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEPໄດ້ມີຜົນບັງຄັບໃຊ້ຢູ່ຟີລິບປິນຢ່າງເປັນທາງການ, ໝາຍຄວາມວ່າ RCEP ໄດ້ມີຜົນບັງຄັບໃຊ້ຢ່າງຮອບດ້ານຕໍ່ 15 ປະເທດທີ່ໄດ້ເຊັນສັນຍາ ລວມທັງ 10 ປະເທດສະມາຊິກອາຊຽນ.

 

ທ່ານບິນໂຊ ວິກີ ຮອງເລຂາທິການ ທັງເປັນໂຄສົກກະຊວງການຄ້າກຳປູເຈຍໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານຊິນຮວາວ່າ: RCEP ບໍ່ພຽງແຕ່ໄດ້ຊຸກຍູ້ການຄ້າຂອງກຳປູເຈຍໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງເທົ່ານັ້ນ, ຍັງໄດ້ກາຍເປັນແມ່ເຫຼັກທີ່ສາມາດດຶງດູດການລົງທຶນຕ່າງປະເທດໄດ້ຫຼາຍກວ່າເກົ່າ.

 

ທ່ານລິມຮຽງ ຮອງປະທານສະພາການຄ້າກຳປູເຈຍກ່າວວ່າ: RCEP ໄດ້ສະໜອງໂອກາດອັນໃຫຍ່ຫຼວງດ້ານການພັດທະນາເສດຖະກິດສັງຄົມໃຫ້ກຳປູເຈຍ ແລະປະເທດອື່ນໆທີ່ເຂົ້າຮ່ວມເປັນສະມາຊິກ.

 

ທ່ານໂຈເຊັນ ມາເທວສ ສາດສະດາຈານອາວຸໂສຂອງມະຫາວິທະຍາໄລສາກົນເບວໄທກຳປູເຈຍກ່າວວ່າ: RCEP ໄດ້ຫຼຸດຜ່ອນກຳແພງການຄ້າ, ປັບປຸງຂັ້ນຕອນການອະນຸຍາດໃຫ້ເຂົ້າຕະຫຼາດ, ເຮັດໃຫ້ຂັ້ນຕອນດ້ານພາສີເປັນແບບກະທັດຮັດ ແລະໃຫ້ສິດທິພິເສດດ້ານພາສີໃຫ້ແກ່ປະເທດຄູ່ຮ່ວມການຄ້າ.