ກຳປູເຈຍເລີ່ມລົງມືກໍ່ສ້າງທາງດ່ວນສາຍທີ 2

2023-06-08 15:23:41 CRI

 

ຕາມຂ່າວCRI: ວັນທີ 7 ມິຖຸນານີ້, ໂຄງການທາງດ່ວນຈາກນະຄອນຫຼວງພະນົມເປັນຫາເມືອງບາເວັດແຂວງສະວາຍລຽງຂອງກຳປູເຈຍໄດ້ຈັດພິທີເລີ່ມກໍ່ສ້າງຢູ່ແຂວງການດານ, ທ່ານຮຸນເຊນ, ນາຍົກລັດຖະມົນຕີກຳປູເຈຍ, ທ່ານຫວາງເວີນທ່ຽນ, ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍແລະທ່ານອື່ນໆໄດ້ເຂົ້າຮ່ວມພິທີ.

 

ທາງດ່ວນດັ່ງກ່າວແມ່ນລົງທຶນກໍ່ສ້າງໂດຍບໍລິສັດຈຳກັດໂຄງການທາງແລະຂົວຈີນຈຳກັດ, ແມ່ນທາງດ່ວນສາຍທີ 2 ຂອງກຳປູເຈຍ, ເຊິ່ງມີຄວາມຍາວປະມານ 135 ກິໂລແມັດ, ຕົ້ນທາງແມ່ນເລີ່ມຈາກເສັ້ນທາງວົງແຫວນທີ 3 ຂອງນະຄອນຫຼວງພະນົມເປັນ, ຜ່ານແຂວງການດານແລະແຂວງເປຣວຽງ, ສ່ວນປາຍທາງແມ່ນເມືອງບາເວັດແຂວງສະວາຍລຽງຕາມຊາຍແດນລະຫວ່າງກຳປູເຈຍ-ຫວຽດນາມ. ການອອກແບບຂອງທາງດ່ວນແມ່ນສອງຟາກມີ 4 ເລນ, ຍອດມູນຄ່າການລົງທຶນປະມານ 1,376 ຕື້ໂດລາ.