ຢູ່ເຂດທະເລແຂວງຈາວາຕາເວັນອອກຂອງອິນໂດເນເຊຍເກີດແຜ່ນດິນໄຫວຄວາມແຮງ 6,0 ລິກເຕີ

2023-06-08 15:18:30 CRI

ໃນຕອນຮຸ່ງເຊົ້າຂອງວັນທີ 8 ມິຖຸນານີ້,  ຢູ່ເຂດທະເລແຂວງຈາວາຕາເວັນອອກຂອງອິນໂດເນເຊຍໄດ້ເກີດແຜ່ນດິນໄຫວຄວາມແຮງ 6.0 ລິກເຕີ, ປັດຈຸບັນນີ້ຍັງບໍ່ທັນໄດ້ຮັບລາຍງານກ່ຽວກັບຜູ້ໄດ້ຮັບບາດເຈັບ, ເສຍຊີວິດແລະຄວາມເສຍຫາຍດ້ານຊັບສິນເທື່ອ.

 

ຕາມຂ່າວຈາກເວັບໄຊກົມອຸຕຸນິຍົມ, ດິນຟ້າອາກາດແລະຟີຊິກໜ່ວຍໂລກຂອງອິນໂດເນເຊຍເຈົ້າໃຫ້ຮູ້ວ່າ: ແຜ່ນດິນໄຫວຄັ້ງນີ້ເກີດຂຶ້ນໃນເວລາ 0 ໂມງ 4 ນາທີຕາມເວລານະຄອນຫຼວງວຽງຈັນ, ໃຈກາງແຮງສັ່ນສະເທືອນຢູ່ເຂດທະເລທາງພາກຕາເວັນຕົກສຽງໃຕ້ຂອງຕາແສງປາຊີຕານແຂວງຈາວາຕາເວັນອອກ, ຄວາມເລິກຂອງແຮງສັ່ນສະເທືອນແມ່ນ 10 ກິໂລແມັດ.

 

ກົມອຸຕຸນິຍົມ, ດິນຟ້າອາກາດແລະຟີຊິກໜ່ວຍໂລກຂອງອິນໂດເນເຊຍໄດ້ວັດແທກຢູ່ຕາແສງແລະຕົວເມືອງໃກ້ກັບໃຈກາງແຮງສັ່ນສະເທືອນມີຄວາມຮູ້ສຶກໄດ້ໜ້ອຍໜຶ່ງ. ແລະໄດ້ເກີດແຮງສັ່ນສະເທືອນທີ່ມີຄວາມແຮງ 3,4 ຫາ 3,5 ລິກເຕີຕາມມາພາຍຫຼັງ 3 ເທື່ອຢູ່ໃກ້ກັບໃຈກາງແຮງສັ່ນສະເທືອນ, ກົມດັ່ງກ່າວບໍ່ໄດ້ປະກາດເຕືອນໄພຄື້ນຊຶນາມິກ່ຽວກັບແຜ່ນດິນໄຫວຄັ້ງນີ້.