ກຳປັ່ນສີ່ຈີ້ກ່ວງຈີນໄດ້ສຳເລັດການຢ້ຽມຢາມສັນທະວະໄມຕີປະເທດບຣູໄນຢ່າງຈົບງາມ ແລ້ວເດີນທາງຕໍ່ໄປຟີລິບປິນ

2023-06-09 15:09:36 cri

 

ວັນທີ 8 ມິຖຸນານີ້, ກຳປັ່ນສີ່ຈີ້ກ່ວງຂອງກອງທັບເຮືອຈີນໄດ້ສຳເລັດການຢ້ຽມຢາມສັນທະວະໄມຕີປະເທດບຣູໄນຢ່າງຈົບງາມ, ແລ້ວເດີນທາງຕໍ່ໄປຟີລິບປິນ.

 

ໃນໄລຍະຢ້ຽມຢາມບຣູໄນ, ຜູ້ບັນຊາການໃນໜ້າທີ່ເທື່ອນີ້ໄດ້ພົບປະກັບທ່ານຊາຣີຟ ຜູ້ວ່າການແທນຜູ້ບັນຊາການກອງທັບເຮືອບຣູໄນ, ນາຍ ແລະພົນທະຫານທີ່ມາຢ້ຽມຢາມຄັ້ງນີ້ໄດ້ໄປທັດສະນະສຶກສາຢູ່ຫໍພິພິທະພັນການທະຫານກຳລັງປະກອບອາວຸດລາດຊະວົງບຣູໄນ, ມະຫາວິທະຍາໄລບຣູໄນ ແລະກຳປັ່ນກອງທັບເຮືອບຣູໄນ, ດຳເນີນການແຂ່ງຂັນກິລາກັບນາຍ ແລະພົນທະຫານຊາວໜຸ່ມບຣູໄນ, ແລະໄດ້ເຂົ້າຮ່ວມກິດຈະກຳອະນຸລັກສິ່ງແວດລ້ອມຢູ່ຫາດຊາຍ. ຢູ່ສູນຝຶກອົບຮົມກອງທັບເຮືອບຣູໄນ, ສອງຝ່າຍໄດ້ແລກປ່ຽນບົດຮຽນນຳກັນຢ່າງເລິກເຊິ່ງກ່ຽວກັບສະພາບການຝຶກອົບຮົມບຸຄະລາກອນກອງທັບເຮືອຂອງສອງປະເທດ.