ສຸສານທີ່ລະນຶກນັກຮົບວິລະຊົນຈີນທີ່ເສຍສະຫຼະຊີວິດຢູ່ເມືອງໄຊແລະເມືອງນາໝໍ້ຂອງລາວໄດ້ສຳເລັດການບູລະນະແລະເປີດນຳໃຊ້

2023-06-09 16:17:08 CRI

 

ຕາມຂ່າວCRI: ວັນທີ 6 ມິຖຸນານີ້, ພິທີສະຫຼຸບຜົນສຳເລັດແລະເປີດນຳໃຊ້ກໍຄືພິທີມອບ-ຮັບໂຄງການສ້ອມແປງແລະບູລະນະສຸສານທີ່ລະນຶກນັກຮົບວິລະຊົນຈີນທີ່ເສຍສະຫຼະຊີວິດຢູ່ເມືອງໄຊແລະເມືອງນາໝໍ້ແຂວງອຸດົມໄຊຂອງລາວໄດ້ຈັດຂຶ້ນຢ່າງຄຶກຄື້ນຢູ່ເມືອງໄຊ, ມີຜູ້ຕາງໜ້າພາກສ່ວນຕ່າງໆຂອງຈີນແລະລາວທັງໝົດ 100 ກວ່າຄົນໄດ້ເຂົ້າຮ່ວມພິທີ.

 

ໃນຊຸມປີ 1960-1970 ເຊິ່ງເປັນໄລຍະທີ່ຈີນຊ່ວຍເຫຼືອລາວຍາດແຍ່ງຄວາມເປັນເອກະລາດຂອງຊາດແລະການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນລາວບັນດາເຜົ່ານັ້ນ, ມີນັກຮົບແລະພົນລະເມືອງຈີນຫຼາຍຮ້ອຍຄົນໄດ້ເສຍສະຫຼະຊີວິດຢ່າງມີກຽດສະຫງ່າ. ປັດຈຸບັນ, ສຸສານນັບຮົບວິລະຊົນຈີນທີ່ເສຍສະຫຼະຊີວິດຢູ່ລາວມີຈີນສາມແຫ່ງຄື:ຢູ່ເມືອງໄຊແລະເມືອງນາໝໍ້ແຂວງອຸດົມໄຊແລະເມືອງແປກແຂວງຊຽງຂວາງໂດຍໄດ້ຝັງສົບນັກຮົບວິລະຊົນຈີນທີ່ໄດ້ເສຍສະຫຼະຊີວິດໃນການຊ່ວຍເຫຼືອປະເທດລາວ 215 ທ່ານ.

 

ໃນເດືອນກັນຍາປີ 2016, ລັດຖະບານຈີນ-ລາວໄດ້ລົງນາມໃນສັນຍາ, ເລີ່ມດຳເນີນໂຄງການສ້ອມແປງແລະບູລະນະສຸສານຂອງນັກຮົບວິລະຊົນຈີນທີ່ເສຍສະຫຼະຊີວິດຢູ່ປະເທດລາວຢ່າງຮອບດ້ານ.ປັດຈຸບັນນີ້, ໂຄງການສ້ອມແປງແລະບູລະນະສຸສານນັກຮົບວິລະຊົນຈີນທີ່ເສຍສະຫຼະຊີວິດຢູ່ລາວທັງສາມແຫ່ງ ໄດ້ສຳເລັດແລ້ວ.