ງານກິລາຄົນພິການອາຊຽນຄັ້ງທີ 12 ອັດລົງຢູ່ນະຄອນຫຼວງກຳປູເຈຍ

2023-06-10 17:13:52 cri

ຕອນຄ່ຳວັນທີ 9 ມິຖຸນານີ້, ງານກິລາຄົນພິການອາຊຽນຄັ້ງທີ 12 ໄດ້ອັດລົງຢູ່ນະຄອນຫຼວພະນົມເປັນກຳປູເຈຍ, ທີມອິນໂດເນເຊຍຈັດຢູ່ອັນດັບໜຶ່ງໃນການຈັດອັນດັບຫຼຽນລາງວັນ.

ທ່ານຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍໄດ້ກ່າວໃນພິທີອັດງານວ່າ: ການຈັດງານກິລາຄົນພິການອາຊຽນຄັ້ງນີ້ຢ່າງສຳເລັດຜົນ ແມ່ນຄວາມພາກພູມໃຈອີກຄັ້ງໜຶ່ງຂອງກຳປູເຈຍ, ງານກິລາຄັ້ງນີ້ທີ່ດຳເນີນເປັນເວລາ 1 ອາທິດ ໄດ້ສະແດງໃຫ້ເຫັນເຖິງມິດຕະພາບແລະຈິດໃຈສາມັກຄີລະຫວ່າງປະເທດອາຊີຕາເວັນອອກສຽງໃຕ້ຢ່າງແທ້ຈິງ.

ຄະນະກຳມະການຈັດງານກິລາຄົນພິການອາຊຽນໃຫ້ຮູ້ວ່າ: ງານກິລາຄັ້ງນີ້ມີລາຍການແຂ່ງຂັນໃຫຍ່ 14 ລາຍການ ເຊິ່ງໄດ້ດຶງດູດນັກກິລາຄົນພິການ 1.000 ກວ່າຄົນຈາກ 10 ປະເທດອາຊຽນ ແລະ ຕີມໍເລັສເຕເຂົ້າຮ່ວມ.