ຜະລິດຕະພັນຂອງກຳປູເຈຍທີ່ນັບມື້ນັບຫຼາຍກວ່າເກົ່າໄດ້ຮັບການອະນຸຍາດສົ່ງອອກໄປຈີນ

2023-06-12 11:00:57 cri

ວັນທີ 11 ມິຖຸນານີ້, ອົງການພາສີແຫ່ງຊາດກຳປູເຈຍແຈ້ງໃຫ້ຮູ້ວ່າ: ໃນ 5 ເດືອນທຳອິດຂອງປີ 2023, ຍອດມູນຄ່າການຄ້າລະຫວ່າງກຳປູເຈຍກັບຈີນໄດ້ບັນລຸເຖິງ 5 ຕື້ 75 ລ້ານໂດລາ ເຊິ່ງໄດ້ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ໃນ 5 ເດືອນຜ່ານມາ, ສິນໃນນ້ຳໄດ້ກາຍເປັນຜະລິດຕະພັນກະສິກຳຊະນິດທີ 2 ຂອງກຳປູເຈຍທີ່ໄດ້ຮັບການອະນຸຍາດສົ່ງໄປຈີນໃນປີນີ້ ເຊິ່ງຢູ່ຕາມຫຼັງພິກໄທ. ຜະລິດຕະພັນຂອງກຳປູເຈຍທີ່ນັບມື້ນັບຫຼາຍກວ່າເກົ່າໄດ້ຮັບການອະນຸຍາດສົ່ງອອກໄປຈີນ ເຊິ່ງໄດ້ຊ່ວຍຊຸກຍູ້ມູນຄ່າການຄ້າລະຫວ່າງກຳປູເຈຍກັບຈີນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

ອີງຕາມຂໍ້ມູນຈາກອົງການພາສີແຫ່ງຊາດກຳປູເຈຍສະແດງໃຫ້ເຫັນວ່າ: ໃນ 5 ເດືອນທຳອິດຂອງປີນີ້, ມູນຄ່າການຄ້າສາກົນຂອງກຳປູເຈຍໄດ້ບັນລຸເຖິງ 19 ຕື້ 283 ລ້ານໂດລາ ເຊິ່ງໄດ້ຫຼຸດລົງ 13,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ມູນຄ່າການຄ້າທີ່ກຳປູເຈຍສົ່ງອອກໄປຈີນມີເຖິງ 588 ລ້ານໂດລາ ເຊິ່ງໄດ້ເພີ່ມຂຶ້ນ 13,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ມູນຄ່າການຄ້າທີ່ກຳປູເຈຍນຳເຂົ້າຈາກຈີນມີເຖິງ  4 ຕື້ 487 ລ້ານໂດລາ ເຊິ່ງໄດ້ເພີ່ມຂຶ້ນ 0,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.