“ເພື່ອນອາຊຽນ” ຕິດຕາມຄວາມເປັນທັນສະໄໝແບບຈີນ: ນັດພົບກັນໃນອະນາຄົດ

2023-06-12 15:37:28 cri

ກອງປະຊຸມເວທີເປິກສາຫາລືວ່າດ້ວຍການຮ່ວມມືດ້ານສື່ມວນຊົນ “ເພື່ອນອາຊຽນ” ປີ 2023 ໄດ້ຈັດຂຶ້ນຢູ່ນະຄອນໜານໜິງ ເທດສະບານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໃນວັນທີ 6 ມິຖຸນານີ້. ໃນຖານະເປັນໜຶ່ງໃນກິດຈະກຳຂອງເວທີເປິກສາຫາລືຄັ້ງນີ້, ຄະນະສື່ມວນຊົນຕິດຕາມຄວາມເປັນທັນສະໄໝແບບຈີນຂອງ “ເພື່ອນອາຊຽນ” ໄດ້ເດີນທາງໄປຢ້ຽມຢາມ ແລະ ເກັບກຳຂ່າວຢູ່ນະຄອນກຸ້ຍລິນ, ນະຄອນຫຼິວໂຈ່ວ, ນະຄອນຊິນໂຈ່ວ ແລະ ນະຄອນເປີຍໄຫຂອງເຂດກວາງຊີ. ໄລຍະຢ້ຽມຢາມ ແລະ ເກັບກຳຂ່າວເປັນເວລາ 5 ວັນໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງໃຫ້ແກ່ຄົນທັງຫຼາຍ. ຕິດຕາມສະພາບໃນອະດີດ, ປັດຈຸບັນ ແລະ ອະນາຄົດຜ່ານຮູບພາບ ແລະ ວິດີໂອຕ່າງໆ, ຄົນທັງຫຼາຍລ້ວນແຕ່ເວົ້າວ່າຈະນັດພົບກັນອີກຄັ້ງໃໝ່ໃນອະນາຄົດ.