ພູເຂົາໄຟມາຢອນຂອງຟີລິບປີນເກີດປາກົດການທາງທໍລະນີສາດຮຸນແຮງຂຶ້ນ ເຮັດໃຫ້ປະຊາຊົນຟີລິບປີນໝື່ນກວ່າຄົນປະສົບໄພ

2023-06-13 14:44:20 cri

ຕາມຂ່າວຈາກສະຖາບັນຄົ້ນຄວ້າພູເຂົາໄຟ ແລະ ແຜ່ນດິນໄຫວຟີລິບປີນໃຫ້ຮູ້ວ່າ, ລະຫວ່າງເວລາ 5 ໂມງຂອງວັນທີ 11 ຫາ 5 ໂມງຂອງວັນທີ 12 ມິຖຸນານີ້, ສະຖາບັນດັ່ງກ່າວໄດ້ບັນທຶກແຜ່ນດິນໄຫວຈາກພູເຂົາໄຟ 21 ເທື່ອ ແລະ ພົ່ນກ້ອນຫີນ 260 ເທື່ອຢູ່ບໍລິເວນພູເຂົາໄຟມາຢອນ.

ເຈົ້າໜ້າທີ່ອົງການປົກຄອງແຂວງອານໄບຂອງຟີລິບປີນເປີດເຜີຍໃຫ້ຮູ້ໃນວັນທີ 11 ມິຖຸນນີ້ວ່າ: ຍ້ອນໄດ້ຮັບຜົນກະທົບຈາກການເກີດປາກົດການທາງທໍລະນີສາດຮຸນແຮງຂຶ້ນຂອງພູເຂົາໄຟມາຢອນ, ແຂວງອາໄບໄດ້ວາງແຜນຍົກຍ້າຍປະຊາຊົນ 14.000 ກວ່າຄົນເພື່ອຮັບປະກັນຄວາມປອດໄພ, ວຽກງານຍົກຍ້າຍໄດ້ສຳເລັດໃນວັນທີ 11 ມິຖຸນານີ້.