ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳງວດທຳອິດທີ່ລັດຖະບານຈີນຊ່ວຍເຫຼືອມຽນມາຕ້ານກັບລົມພາຍຸໄດ້ຂົນສົ່ງໄປເຖິງນະຄອນຢາງກຸ້ງ

2023-06-13 10:40:24 cri

ວັນທີ 12 ມິຖຸນານີ້, ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳງວດທຳອິດທີ່ລັດຖະບານຈີນຊ່ວຍເຫຼືອມຽນມາຕ້ານກັບລົມພາຍຸໄຕ້ຝຸ່ນ “ໂມຈາ" ໄດ້ຂົນສົ່ງໄປເຖິງສະໜາມບິນນະຄອນຢາງກຸ້ງຂອງມຽນມາແລ້ວ, ຜູ້ຕາງໜ້າສອງລັດຖະບານຈີນ-ມຽນມາໄດ້ເຂົ້າຮ່ວມພິທີມອບ-ຮັບ. ຕາມຂ່າວແຈ້ງວ່າ, ເຄື່ອງຊ່ວຍເຫຼືອງວດທຳອິດທີ່ມອບໃຫ້ມຽນມາລວມທັງໝົດໜັກ 10 ໂຕນ ເຊິ່ງລວມມີມຸ້ງ 10.000 ຜືນ ແລະ ຜ້າຫົ່ມ 10.000 ຜືນ. ສ່ວນເຄື່ອງຊ່ວຍເຫຼືອງວດຕໍ່ໄປລວມມີ 190 ໂຕນ, ຈະຂົນສົ່ງຜ່ານທາງທະເລ ແລະ ມອບໃຫ້ຝ່າຍມຽນມາໃນໄວໆນີ້.