ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານສາກົນ 25.000 ຄົນພາຍໃນເວລາ 2 ເດືອນ

2023-06-14 10:47:41 cri

ອີງຕາມແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງໃຫ້ຮູ້ວ່າ: ວັນທີ 13 ມິຖຸນານີ້, ທາງລົດໄຟຈີນ-ລາວໄດ້ເປີດການບໍລິການຂົນສົ່ງຜູ້ໂດຍສານສາກົນຄົບຮອບ 2 ເດືອນ, ພາກສ່ວນທາງລົດໄຟສອງປະເທດໄດ້ເປີດຂະບວນລົດໄຟຂ້າມຊາດ 61 ຄູ່, ພາກສ່ວນກວດກາຊາຍແດນ ແລະ ອົງການພາສີ ໄດ້ກວດຂະບວນລົດໄຟເຂົ້າ-ອອກເມືອງ 122 ຖ້ຽວ, ໄດ້ຂົນສົ່ງຜູ້ໂດຍສານຂ້າມຊາດ 25.000 ຄົນຈາກ 39 ປະເທດ. ຜູ້ໂດຍສານສາກົນຕົ້ນຕໍແມ່ນນັກທ່ອງທ່ຽວ ແລະ ນັກທຸລະກິດ, ໃນນັ້ນ, ນັກທ່ອງທ່ຽວມີເຖິງ 8.000 ກວ່າເທື່ອຄົນ, ກວມ 33%.