ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ຟື້ນຟູເຂດວາງສະແດງເມືອງສະເໜ່ຂອງບັນດາປະເທດສະມາຊິກອາຊຽນ

2023-06-15 11:00:11 cri

ວັນທີ 13 ມີຖຸນານີ້, ແຫຼ່ງຂ່າວຈາກກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນແຈ້ງໃຫ້ຮູ້ວ່າ, ນັບແຕ່ຕົ້ນປີນີ້ມາ, ກອງເລຂາຂອງງານວາງສະແດງສິນຄ້າຈີນ-ອາຊຽນ ໄດ້ດຳເນີນວຽກງານກະກຽມຕ່າງໆຢ່າງຮອບດ້ານ ແລະ ໄດ້ຮັບຄວາມຄືບໜ້າທີ່ຕັ້ງໜ້າ.


ຕາມຂ່າວແຈ້ງວ່າ, ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ຈະຈັດຂຶ້ນຢູ່ນະຄອນໜານໜິງເຂດກວາງຊີຈີນໃນເດືອນກັນຍາປີນີ້. ປັດຈຸບັນ, ວຽກງານກະກຽມແມ່ນດຳເນີນໄປຢ່າງສະດວກ. 6 ປະເທດ ຄື: ລາວ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ໄທ ແລະ ຫວຽດນາມຈະຟື້ນຟູການເໝົາທັງໝົດຫໍ ຫຼືເຄິ່ງຫໍວາງສະແດງ, ໄທໄດ້ກຳນົດຂະໜາດການວາງສະແດງແລ້ວໂດຍພື້ນຖານ, ບຣູໄນ, ລາວ, ຟີລິບປິນ, ສິງກະໂປ ແລະ ຫວຽດນາມ ໄດ້ກຳນົດ “ເມືອງສະເໜ່” ຫຼື ແຜນການ “ເມືອງສະເໜ່”ແລ້ວ. ວິສາຫະກິດຈີນໄດ້ຫ້າວຫັນສະໝັກເຂົ້າຮ່ວມການວາງສະແດງ, ວິສາຫະກິດທີ່ຢືນຢັນເຂົ້າຮ່ວມການວາງສະແດງໄດ້ກວມ 65% ຂອງຈຳນວນບ່ອນວາງສະແດງທັງໝົດແລ້ວ, ບ່ອນວາງສະແດງອາດຈະບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງວິສາຫະກິດທີ່ເຂົ້າຮ່ວມການວາງສະແດງ.