ຈີນ-ໄທຈະເພີ່ມທະວີການຮ່ວມມືດ້ານການຄຸ້ມຄອງຕະຫຼາດໃນຂົງເຂດເຂົ້າສານໄທ ແລະ ຂົງເຂດອື່ນໆ

2023-06-16 11:23:49 cri

ວັນທີ 15 ມິຖຸນາ 2023, ພາກສ່ວນຕິດຕາມຄຸ້ມຄອງຕະຫຼາດຈີນເປີດເຜີຍໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງຈີນ ແລະ ໄທໄດ້ພົບປະກັນ, ສອງຝ່າຍກ່າວວ່າຈະເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ຄຸນນະພາບ ແລະ ມາດຕະຖານຂອງເຂົ້າສານໄທ, ການປະຕິບັດກົດໝາຍໃນດ້ານການປົກປ້ອງສິດຊັບສິນທາງປັນຍາ ແລະຂົງເຂດອື່ນໆ, ເພື່ອຊຸກຍູ້ໃຫ້ສາຍພົວພັນເສດຖະກິດການຄ້າລະຫວ່າງສອງຝ່າຍຂະຫຍາຍຕົວ.

ຄະນະຜູ້ແທນກະຊວງການຄ້າໄທແນະນຳໃຫ້ຮູ້ວ່າ: ເຂົ້າຫອມໄທໃນຖານະເປັນພືດເສດຖະກິດທີ່ສຳຄັນຂອງໄທ, ຕົ້ນຕໍແມ່ນສົ່ງອອກໄປຕ່າງປະເທດ, ສ່ວນປະເທດຈີນແມ່ນເປັນໜຶ່ງໃນຕະຫຼາດສຳຄັນຂອງໄທ. ໄທຈະເພີ່ມທະວີການໂຄສະນາດ້ານຄຸນນະພາບ ແລະ ມາດຕະຖານຂອງເຂົ້າຫອມໄທ, ພ້ອມທັງຫວັງໃຫ້ປະເທດຈີນສາມາດຊ່ວຍເຫຼືອເຜີຍແຜ່ເຂົ້າຫອມໄທ, ຊຸກຍູ້ໃຫ້ສາຍພົວພັນລະຫວ່າງສອງປະເທດຂະຫຍາຍຕົວຢ່າງໃກ້ຊິດກວ່າເກົ່າ.