ການຄ້າຕ່າງປະເທດຂອງເຂດກວາງຊີຈີນເພີ່ມຂຶ້ນຢ່າງຫຼວງຫຼາຍໃນ 5 ເດືອນທຳອິດຂອງປິນີ້

2023-06-16 10:45:18 cri

ວັນທີ 15 ມິຖຸນານີ້, ດ່ານພາສີໜານໜິງແຈ້ງໃຫ້ຮູ້ວ່າ: ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ, ເຂດກວາງຊີຈີນໄດ້ສືບຕໍ່ລົງເລິກການຮ່ວມມືດ້ານເສດຖະກິດການຄ້າກັບປະເທດສະມາຊິກອາຊຽນ, ການຄ້າຕ່າງປະເທດຂອງເຂດກວາງຊີຮັກສາທ່ວງທ່າເພີ່ມຂຶ້ນທີ່ແຂງແຮງ. ໃນ 5 ເດືອນທຳອິດຂອງປີນີ້, ການຄ້ານຳເຂົ້າ-ສົ່ງອອກຂອງສິນຄ້າເຂດກວາງຊີບັນລຸເຖິງ 287,51 ຕື້ຢວນ ເພີ່ມຂຶ້ນ 53,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ໃນເດືອນມັງກອນຫາເດືອນພຶດສະພາປີນີ້, ມູນຄ່າການຈໍລະຈອນສິນຄ້າປອດພາສີ, ການຄ້າລາຍຍ່ອຍຢູ່ເຂດຊາຍແດນ ແລະ ການຄ້າລະຫວ່າງປະຊາຊົນຢູ່ເຂດຊາຍແດນຂອງເຂດກວາງຊີ ຕ່າງກໍໄດ້ເພີ່ມຂຶ້ນຫຼາຍເທົ່າ. ໃນນັ້ນ, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າລະຫວ່າງປະຊາຊົນຢູ່ເຂດຊາຍແດນໄດ້ບັນລຸເຖິງ 17,6 ຕື້ຢວນ, ເພີ່ມຂຶ້ນ 484,5%. ນອກນີ້, ຄຽງຄູ່ກັບປະເພດສິນຄ້າກະສິກຳຂອງອາຊຽນທີ່ໄດ້ຮັບອະນຸຍາດໃຫ້ສົ່ງເຂົ້າມາຈີນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງແລ້ວ, ໝາກໄມ້ອາຊຽນຄຸນນະພາບດີນັບມື້ນັບຫຼາຍກວ່າເກົ່າໄດ້ເຂົ້າສູ່ຕະຫຼາດຈີນ. ໃນ 5 ເດືອນທຳອິດຂອງປີນີ້, ມູນຄ່າການນຳເຂົ້າໝາກໄມ້ອາຊຽນຂອງເຂດກວາງຊີໄດ້ບັນລຸເຖິງ 3,66 ຕື້ຢວນ, ເພີ່ມຂຶ້ນ 193,7%, ໃນນັ້ນ, ນຳເຂົ້າໝາກຖົ່ວລຽນສົດມູນຄ່າ 3,24 ຕື້ຢວນ, ເພີ່ມຂຶ້ນ 516%.